leftcenterrightdel
ຫົວໜ້າຄະນະຈັດຕັ້ງການແຂ່ງຂັນ, ທ່ານຮສຈ ຟ້າມຮວ່າງເລືອງ. ພາບ: hust.edu.vn

 ຕອນບ່າຍວັນທີ 7 ພະຈິກ, ຢູ່ສະໜາມກິລາ ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ, ກຸ່ມບໍລິສັດໂທລະຄົມມະນາຄົມກອງທັບ (Viettel) ສົມທົບກັບກະຊວງສຶກສາ ແລະກໍ່ສ້າງ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈິມິນ, ສູນກາງສະມາຄົມກິລາມະຫາວິທະຍາອາຊີບຫວຽດນາມ, ສະຫະພັນບານເຕະຫວຽດນາມ ໄດ້ຈັດຕັ້ງພິທີໄຂການແຂ່ງຂັນບານເຕະນັກສຶກສາທົ່ວປະເທດ-ຊີງຂັນ Viettel 2017. ການແຂ່ງຂັນໄດ້ເຕົ້າໂຮມ 16 ທີມດີເດັ່ນທີ່ໄດ້ຜ່ານຮອບຄັດເລືອກ; ຕາງໜ້າໃຫ້ບັນດາເຂດ, ພາກໃນທົ່ວປະເທດ. ບັນດາທີມໄດ້ແບ່ງເປັນ 4 ກຸ່ມ, ບັນດາທີມຈະໄດ້ແຂ່ງຂັນເປັນວົງເທື່ອໜຶ່ງເພື່ອຄັດເລືອກທີມທີໜຶ່ງ. ລາງວັນໃຫ້ທີມຊະນະເລີດມີມູນຄ່າ 80 ລ້ານດົ່ງ, ທີມຮອງຊະນະເລີດໄດ້ຮັບ 60 ລ້ານດົ່ງ ແລະ 40 ລ້ານດົ່ງ ແມ່ນລາງວັນໃຫ້ສອງທີມໄດ້ຮັບລາງວັນທີສາມ.

ພາຍຫຼັງພິທີໄຂໄດ້ດໍາເນີນການແຂ່ງຂັນລະຫວ່າງມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ແລະມະຫາວິທະຍາໄລ ເຫວ້ ໃນການແຂ່ງຂັນກຸ່ມ A. ຜົນມີຢູ່ວ່າສອງທີມສະເໝີກັນ ດ້ວຍຄະແນນ 1-1.

 

ແປໂດຍ: ເຈິ່ນຮວ່ຽນ