leftcenterrightdel
 ພາບປະກອບ. ຄັດຈາກ: thethao.com.vn

ປີ 2018, ກິລາຫວຽດນາມ ສຸມໃສ່ການປະຕິບັດໜ້າທີ່ໄດ້ຮັບມອບໝາຍ, ຍູ້ແຮງການພັດທະນາຂະບວນການກິລາກາຍຍະກໍາມະຫາຊົນ; ຍົກສູງຜົນງານຂອງບັນດາປະເພດກິລາຈຸດສຸມ, ສູ້ຊົນບັນລຸຜົນງານສູງຢູ່ງານມະຫາກໍາກິລາ ອາຊີ (ASIAD 2018) ແລະບັນດາການແຂ່ງຂັນກິລາລະດັບພາກພື້ນ, ທະວີບ ແລະໂລກ. ປີ 2017, ກິລາຫວຽດນາມ ຍາດໄດ້ 425 ຫຼຽນຄຳ,  301 ຫຼຽນເງິນ,  319 ຫຼຽນທອງ.  ໃນນັ້ນມີ 46 ຫຼຽນຄຳໂລກ,  64 ຫຼຽນຄຳອາຊີ, 315 ຫຼຽນຄຳອາຊີຕາເວັນອອກສ່ຽງໃຕ້... ເນື່ອງໃນໂອກາດນີ້, ທ່ານ ຫງວຽນຈ້ອງໂຮ໊ ຫົວໜ້າກົມກິລາຜົນງານສູງ II ແລະທ່ານ ຫງວຽນວັນວີ໊ ຫົວໜ້າຂະແໜງພາຍນອກໂຮງໝໍກິລາຫວຽດນາມ ໄດ້ຮັບໃບຍ້ອງຍໍຈາກນາຍົກລັດຖະມົນຕີ; ທ່ານ ຫງວຽນວັນຊູງ, ຮອງຜູ້ອໍານວຍການສູນຝຶກແອບກິລາແຫ່ງຊາດ ນະຄອນ ໂຮ່ຈິມິນ ໄດ້ຮັບຫຼຽນໄຊແຮງງານຊັ້ນ III.

ແປໂດຍ: ເຈິ່ນຮວ່ຽນ