ລາງວັນແຂ່ງຂັນມຸ່ງໄປເຖິງສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, 28 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ. ເຂົ້າຮ່ວມພິທີໄຂ, ມີທ່ານພົນເອກ ຟຸ່ງກວາງແທງ, ອະດີດກໍາມະການກົມການເມືອງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ຟານວັນຢາງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມາແຂ່ງຂັນຊິງຂັນ ແລະເຂົ້າຮ່ວມພິທີປິດ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ພ້ອມກັບບັນດາທີມຄູ່ເທັນນິດທີ່ຄວ້າໄດ້ລາງວັນ. ພາບ: ຊວນດຶກ

ລາງວັນນີ້ໄດ້ແບ່ງເປັນ 8 ສາຍ, ການແຂ່ງຂັນລວມມີ 32 ນັດ. ສິ້ນສຸດການແຂ່ງຂັນ, ຄະນະຈັດຕັ້ງໄດ້ມອບລາງວັນທີໜຶ່ງໃຫ້ທີມຄູ່ ດົ່ງວັນແທ່ງ-ຟີ໋ຫືວຄ໋ຽດ ແລະລາງວັນທີສອງໃຫ້ທີມຄູ່ ຫງວຽນວັນຢູງ-ດັ້ງວັນຕ໋ຽນ; ສ່ວນລາງວັນທີສາມແມ່ນມອບໃຫ້ທີມຄູ່ ເຈີ່ນຮວ່າຍເຊີນ-ມາຍວັນຮົ່ງ, ຫງວຽນດຶກແຮ່ວ-ເລຮົ່ງຮ່າ. ຄະນະຈັດຕັ້ງກໍ່ໄດ້ມອບ 4 ລາງວັນຊົມເຊີຍໃຫ້ແກ່ບັນດາທີມຄູ່ອື່ນ.

 

ແປໂດຍ: ເກື່ອງດັ້ງ