ນັກປັ່ນລົດຖີບ ຟ້າມກວກເກື່ອງ (ທີມການຢາ Domesco ດົ່ງທາບ) ຍາດໄດ້ລາງວັນເສື້ອສີເຫຼືອງໃນຮອບຊີງຊະນະເລີດ, ນັກປັ່ນລົດຖີບ ເລງວຽດມີງ (VUS-ນະຄອນ ໂຮ່ຈິມິນ) ຍາໄດ້ລາງວັນເສື້ອສີຂຽວ, ນັກປັ່ນລົດຖີບ ຫງວຽນມີງຖ້ວນ (ທີມຊາດ ຫວຽດນາມ) ຍາດໄດ້ລາງວັນເສື້ອສີຂາວ. ສ່ວນການແຂ່ງຂັນລວມໝູ່, ທີມ VUS-ນະຄອນ ໂຮ່ຈິມິນ ຍາດໄດ້ອັນດັບທີໜຶ່ງ, ອັນດັບທີສອງ ແລະທີສາມແມ່ນທີມເຂົ້າສານຮາດງອັກເຈີ່ຍອານຢາງ ແລະທີມ Bike Life ດົ່ງນາຍ.

leftcenterrightdel
ທ່ານພົນຈັດຕະວາ ຟ້າມວັນຮ໋ວນ, ເລຂາຄະນະພັກ, ຫົວໜ້າບັນນາທິການໃຫຍ່ໜັງສືພິມກອງທັບປະຊາຊົນຫວຽດນາມ, ປະທານສະຫະພັນລົດຖີບ-ລົດຈັກກິລາຫວຽດນາມ ມອບລາງວັນໃຫ້ແກ່ທີມຍາດໄດ້ລາງວັນແບບແຜນສູງ. ພາບ: ລືວກວາງນາມ

ກ່ອນໜ້ານັ້ນ, ຕອນເຊົ້າໃນວັນດຽວກັນໄດ້ດໍາເນີນການແຂ່ງຂັນໄລຍະທາງສຸດທ້າຍແຕ່ເທດສະບານເມືອງ ກ໋ຽນດຶກ (ເມືອງດັກຣລັບ, ດັກນົງ) - ນະຄອນ ຖູເຢົ່າໂມດ (ບິ່ງເຢືອງ) ດ້ວຍໄລຍະທາງ 174 ກິໂລແມັດ. ສິ້ນສຸດການແຂ່ງຂັນ, ນັກປັ່ນລົດຖີບ ຫງວຽນມີງຫວຽດ ສັງກັດທີມນັກບັນນາທິການ ດ້າຍນາມບິ່ງເຢືອງ ມາຮອດ ເສັ້ນໄຊກ່ອນໝູ່ດ້ວຍຜົນງານ 4 ໂມງ 7 ນາທີ 17 ວິນາທີ, ບັນລຸໄດ້ຄວາມໄວສະເລ່ຍແມ່ນ 42,2 ກິໂລແມັດ/ຊົ່ວໂມງ.

leftcenterrightdel
 ຄະນະຈັດຕັ້ງມອບລາງວັນໃຫ້ບັນດານັກປັ່ນລົດຖີບບັນລຸໄດ້ຜົນງານສູງ. ພາບ: ລືວກວາງນາມ

ການແຂ່ງຂັນລົດຖີບສະຖານີໂທລະພາບບິ່ງເຢືອງ-ຊີງຂັນທໍ່ຢາງຮວາແຊນປີ 2017 ໄດ້ຮັບການຕີລາຄາສູງກ່ຽວກັບຄຸນນະພາບວິຊາສະເພາະ ແລະວິທີການຈັດຕັ້ງ, ບໍລິຫານການແຂ່ງຂັນ. ການແຂ່ງຂັນປີນີ້ເຕົ້າໂຮມບັນດານັກປັ່ນລົດຖີບເກືອບ 60 ຄົນທີ່ມາຈາກ 9 ທີມປັ່ນລົດຖີບແຂງແຮງທີ່ສຸດໃນທົ່ວປະເທດດ້ວຍໄລຍະທາງກວ່າ 1.100 ກິໂລແມັດ.


ແປໂດຍ: ຫງວຽນກຸກ