ງານແຂ່ງຂັນໄດ້ເຕົ້າໂຮມນັກກິລາເກືອບ 30 ຄົນທີ່ມາຈາກ: ຫ້ອງວ່າການລັດຖະບານ, ກະຊວງພາຍໃນ, ກົມໃຫຍ່ເສນາທິການ, ກະຊວງຄົມມະນາຄົມ-ຂົນສົ່ງ, ແຂວງ ຮ່າຕິ້ງ, ແຂວງ ບັກກ້ານ...

leftcenterrightdel
                                ບັນດານັກກິລາໄດ້ຮັບລາງວັນ. ພາບ: ເວືອງຮ່າ

ຜ່ານການແຂ່ງຂັນ 15 ນັດຢ່າງຟົດຟື້ນ, ຈູບຈ້າວຫ້າວຫັນ, ຄູ່ຍິງ-ຊາຍ ທ່ານພົນໂທ ຟານວັນຢາງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ-ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະທ່ານນາງພັນໂທ ບຸ່ຍຊວນຮ່າ ຍາດໄດ້ລາງວັນທີໜຶ່ງ; ຄູ່ຊາຍທ່ານ ມາຍຕ໋ຽນຢຸ໋ງ, ກໍາມະການສູນກາງພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ແລະທ່ານ ໂງກວກແຢວງ ຍາດໄດ້ລາງວັນທີສອງ; ຄູ່ນັກກິລາທີ່ມາຈາກກະຊວງຄົມມະນາຄົມ-ຂົນສົ່ງ ແລະທະນາຄານກະສິກໍາ ແລະພັດທະນາຊົນນະບົດຍາດໄດ້ລາງວັນທີສາມ.


ແປໂດຍ: ຫງວຽນກຸກ