ຕອນບ່າຍວັນທີ 28 ຕຸລາ, ພາຍຫຼັງ 7 ວັນແຂ່ງຂັນຢ່າງຟົດຟື້ນ, ການແຂ່ງຂັນຍິງປືນຊິງແຊັມທົ່ວປະເທດ 2017 ໄດ້ສິ້ນສຸດຢູ່ສູນຝຶກອົບຮົມກິລາແຫ່ງຊາດຮ່າໂນ້ຍ. ພາຍຫຼັງ 24 ລາຍການແຂ່ງຂັນ, ຄະນະກິລາກອງທັບຍາດໄດ້ 37 ຫຼຽນກາ; ໃນນັ້ນມີ 21 ຫຼຽນຄຳ,  6 ຫຼຽນເງິນ,  10 ຫຼຽນທອງ.

leftcenterrightdel
ການແຂ່ງຂັນຍິງປືນທົ່ວປະເທດ 2017. ພາບ: hanoimoi.com.vn

ຈັດອັນດັບທີ 2 ແມ່ນຄະນະກິລາຮ່າໂນ້ຍ ດ້ວຍ 9 ຫຼຽນຄຳ,  23 ຫຼຽນເງິນ,  14 ຫຼຽນທອງ. ຄະນະກິລາໂຮ່ຈິມິນ ຢືນຢູ່ອັນດັບທີສາມດ້ວຍ 6 ຫຼຽນຄໍາ,  6 ຫຼຽນເງິນ,  5 ຫຼຽນທອງ. ທີ່ງານແຂ່ງຂັນຄະນະຈັດຕັ້ງໄດ້ກໍານົດ 5 ສະຖິຕິແຫ່ງຊາດໃໝ່, ໃນນັ້ນມີ 3 ສະຖິຕິໂດຍນັກກິລາກອງທັບສ້າງຂຶ້ນ.

ງານແຂ່ງຂັນປີນີ້ດຶງດູດນັກກິລາຍິງ, ຊາຍທີ່ມາຈາກ ຮ່າໂນ້ຍ, ນະຄອນໂຮ່ຈິມິນ, ກອງທັບ, ກະຊວງຕໍາຫຼວດ 218 ຄົນເຂົ້າຮ່ວມ...  ງານແຂ່ງຂັນແມ່ນ ກາລະໂອກາດເພື່ອໃຫ້ຄະນະຈັດຕັ້ງກວດກາ, ຕີລາຄາຄຸນນະພາບນັກກິລາ, ຜ່ານນັ້ນເພີ່ມເຕີມເຂົ້າໃນທີມຊາດຍິງປືນເພື່ອໄປແຂ່ງຂັນຢູ່ບັນດາງານແຂ່ງຂັນໃນພາກພື້ນ, ທະວີບ ແລະສາກົນ

 

ແປໂດຍ: ຫງວຽນກຸກ