ໂຮງຮຽນມັດທະຍົມຕອນປາຍເລກ 2 ບ໋າວຖັ໊ງ (ຕາແສງຊວນຢາວ, ເມືອງບ໋າວຖັ໊ງ) ໄດ້ຮູ້ຈັກເຖິງແມ່ນໂຮງຮຽນ 4.0 ແຫ່ງທໍາອິດຂອງແຂວງລາວກາຍ ເມື່ອຕັ້ງໜ້າຜັນຂະຫຍາຍບັນດາການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການຄຸ້ມຄອງ, ສິດສອນ ແລະສອບເສັງ, ຄື: ນໍາໃຊ້ແອັບພຼີເຄຊັນ Viettel Study, ຊ໊ອບແວ Vitest ແລະອິນເຕີແນັດໂດຍ Viettel ສະໜອງ ແລະອະນຸຍາດໃຫ້ນັກຮຽນນໍາໃຊ້ໂທລະສັບມືຖື (smartphone) ໃນຊົ່ວໂມງຮຽນ ແລະປະຈຸບັນ, ຈໍານວນນັກຮຽນມີ smartphone ແມ່ນກວ່າ 90%. ເລື່ອງໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນໂຮງຮຽນຊ່ວຍປະຢັດເວລາ ແລະບຸກຄະລາກອນໃນການຄຸ້ມຄອງ, ການສອບເສັງຂອງໂຮງຮຽນ; ຍົກສູງຄຸນນະພາບຂອງຄູອາຈານ ແລະນັກຮຽນ; ສ້າງແຮງຈູງໃຈໃຫ້ນັກຮຽນໄປໂຮງຮຽນ. ອີງໃສ່ສິ່ງດັ່ງກ່າວ, ປີ 2017, ຈໍານວນນັກຮຽນບັນລຸລະດັບການຮຽນດີ ແລະເກັ່ງແມ່ນ 57%, ເພີ່ມຂຶ້ນເກືອບ 30% ເມື່ອທຽບໃສ່ ປີ 2012. ພ້ອມກັນນັ້ນ, ຈໍານວນນັກຮຽນບັນລຸໄດ້ລາງວັນໃນການສອບເສັງຂັ້ນຕ່າງໆກໍ່ເພີ່ມຂຶ້ນໃນແຕ່ລະປີ.

leftcenterrightdel
ນັກຮຽນໂຮງຮຽນມັດທະຍົມຕອນປາຍເລກ 2 ບ໋າວຖັ໊ງ ເຮັດບົດກວດກາໃນແອັບພຼີເຄຊັນ Viettel Study. ພາບ: ລາຢຸຍ.
leftcenterrightdel
ຄູອາຈານນໍາໃຊ້ລະບົບຄອມພິວເຕີໄດ້ຕິດຕັ້ງຊ໊ອບແວ Vitest ເພື່ອກວດບົດສອບເສັງ. ພາບ: ລາຢຸຍ.
leftcenterrightdel
ອາຈານ ເບ໊ທິເວິນ ແນະນໍາໃຫ້ນັກຮຽນຫ້ອງ  12A1 ກ່ຽວກັບວິທີນໍາໃຊ້ smartphone ເພື່ອຊອກຄົ້ນບັນດາຄໍານິຍາມໃນຊົ່ວໂມງຮຽນວິຊາຟີຊິກ. ພາບ: ລາຢຸຍ.
leftcenterrightdel
ນັກຮຽນຫ້ອງ 12A1 ນໍາໃຊ້ smartphone ຊອກຄົ້ນຄວາມຮູ້ຢູ່ອິນເຕີແນັດ ເພື່ອຮັບໃຊ້ໃນການຮຽນ. ພາບ: ລາຢຸຍ.

ໂດຍ: ບົວພອນ