ລາງວັນໄວໜຸ່ມທີ່ມີຫົວຄິດປະດິດສ້າງທົ່ວປະເທດໄດ້ເຊີດຊູບັນດາໝູ່ຄະນະ, ສ່ວນບຸກຄົນສະມາຊິກຊາວໜຸ່ມ, ເຍົາວະຊົນມີກິດຈະກໍາ, ຜະລິດຕະພັນທີ່ມີຫົວຄິດປະດິດສ້າງດີເດັ່ນທີ່ໄດ້ໝູນໃຊ້ໃນການຮໍ່າຮຽນ, ການເຮັດວຽກ, ການອອກແຮງງານທໍາການຜະລິດ; ຜ່ານນັ້ນປຸກລຸກຄວາມສາມາດບົ່ມຊ້ອນ, ກໍາລັງປະດິດສ້າງຂອງໄວໜຸ່ມ.

leftcenterrightdel
ທ່ານ ຟຸ່ງກວກຫຽນ ຮອງປະທານສະພາແຫ່ງຊາດກ່າວຄໍາເຫັນທີ່ພິທີມອບລາງວັນ. ພາບ: tuoitre.vn.
leftcenterrightdel
ພິທີມອບລາງວັນ “ໄວໜຸ່ມທີ່ມີຫົວຄິດປະດິດສ້າງ” ທົ່ວປະເທດ ປີ 2018. ພາບ: tuoitre.vn.

ປີ 2018, ຄະນະຈັດຕັ້ງລາງວັນໄດ້ຮັບ 255 ສໍານວນເອກະສານສະເໜີຈາກ 57 ຄະນະຊາວໜຸ່ມແຂວງ, ຄະນະຊາວໜຸ່ມນະຄອນ, ຄະນະຊາວໜຸ່ມ. ອີງໃສ່ສໍາເນົາເອກະສານສະເໜີ, ຄະນະເລຂາທິການສູນກາງຊາວໜຸ່ມໄດ້ຈັດການປະຊຸມສະພາຄັດເລືອກ ແລະໄດ້ຄັດເລືອກ 28 ກິດຈະກໍາ, ຜະລິດຕະພັນທີ່ມີຫົວຄິດປະດິດສ້າງດີເດັ່ນ ເພື່ອຍ້ອງຍໍຊົມເຊີຍ.  ກິດຈະກໍາ, ຜະລິດຕະພັນໄດ້ຮັບການຍ້ອງຍໍຊົມເຊີຍມີຄຸນນະພາບເທົ່າທຽມກັນ, ຫຼາຍຮູບຫຼາຍແບບໃນບັນດາຂົງເຂດ, ວິຊາອາຊີບ ຄື: ເຕັກນິກກົນຈັກ, ເຕັກນິກກະສິກໍາ... ກິດຈະກໍາ, ຜະລິດຕະພັນຖືກໝູນໃຊ້ຢ່າງມີປະສິດທິຜົນເຂົ້າໃນການຮໍ່າຮຽນ, ຄົ້ນຄວ້າ, ອອກແຮງງານ, ຜະລິດ... ໄດ້ຮັບການຕີລາຄາສູງ.

ໂດຍ: ບົວພອນ