ເຂົ້າຮ່ວມພິທີດັ່ງກ່າວມີທ່ານ ເຈືອງຮວ່າບິ່ງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ພ້ອມກັບການນໍາພັກ, ລັດ, ກະຊວງ, ຂະແໜງການທີ່ກ່ຽວຂ້ອງຕ່າງໆ.

ກ່າວຄໍາເຫັນທີ່ພິທີ, ທ່ານ ເຈືອງຮວ່າບິ່ງ  ເນັ້ນໜັກວ່າ: ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເຖິງການສຶກສາ ແລະບໍາລຸງສ້າງ, ຖືການສຶກສາແມ່ນລັດຖະນະໂຍບາຍແຖວໜ້າ, ມີຄວາມໝາຍສໍາຄັນໃນການຍົກສູງລະດັບຄວາມຮູ້ຂອງປະຊາຊົນ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ບໍາລຸງສ້າງຜູ້ມີຄວາມເກັ່ງກ້າສາມາດໃຫ້ປະເທດຊາດ... ພ້ອມກັບຄວາມເອົາໃຈໃສ່ພັດທະນາລວມ, ພັກ, ລັດ ໄດ້ເອົາໃຈໃສ່ເປັນພິເສດເຖິງເລື່ອງພັດທະນາການສຶກສາ ແລະບໍາລຸງສ້າງໃຫ້ຊົນເຜົ່າຢູ່ແຖບພູດອຍ... ນັກຮຽນ, ນັກສຶກສາ 166 ຄົນໄດ້ຮັບການຍ້ອງຍໍໃນຄັ້ງນີ້ແມ່ນຄວາມເອກອ້າງທະນົງໃຈຂອງຄອບຄົວ, ທ້ອງຖິ່ນ.

leftcenterrightdel
ທ່ານ ເຈືອງຮວ່າບິ່ງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ມອບໃບຍ້ອງຍໍໃຫ້ແກ່ນັກຮຽນ, ນັກສຶກສາຊົນເຜົ່າສ່ວນໜ້ອຍດີເດັ່ນ. ພາບ: ຢຸຍວັນ.

ໃນລາຍການ, ຄະນະຈັດຕັ້ງໄດມອບໃບຍ້ອງຍໍຂອງຄະນະກໍາມະການຊົນເຜົ່າ,  ກະຊວງສຶກສາ ແລະບໍາລຸງສ້າງ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ໃຫ້ແກ່ບັນດານັກຮຽນ, ນັກສຶກສາຊົນເຜົ່າສ່ວນໜ້ອຍດີເດັ່ນ.

ໂດຍ: ທູຈາງ