leftcenterrightdel
ພາບປະກອບຈາກ: bienphong.com.vn.

ໃນ 45 ວັນ, ບັນດານັກສໍາມະນາກອນຈະໄດ້ຮຽນບັນດາຄວາມຮູ້ພື້ນຖານຄື: ວຽກງານລາດຕະເວນ, ການຄວບຄຸມ, ການຂົນຂວາຍມະຫາຊົນປົກປັກຮັກສາເສັ້ນຊາຍແດນ; ວຽກງານສົມທົບກັນລະຫວ່າງກໍາລັງສອງຝ່າຍໃນການຄຸ້ມຄອງປົກປັກຮັກສາຊາຍແດນ; ວຽກງານຄວບຄຸມການສະກັດກັ້ນ, ຕ້ານຢາເສບຕິດຢູ່ເສັ້ນຊາຍແດນ ແລະດ່ານສາກົນ; ບັນດາຄວາມຮູ້ລວມກ່ຽວກັບປະຫວັດສາດແຫ່ງການພົວພັນມິດຕະພາບແບບພິເສດ ແລະສັນຍາກ່ຽວກັບກົດລະບຽບປົກປັກຮັກສາເສັ້ນຊາຍແດນຫວຽດນາມ-ລາວ... ນອກຈາກນັ້ນ, ໃນລາຍການ, ບັນດານັກສໍາມະນາກອນຍັງໄດ້ໄປຢ້ຽມຊົມ, ຮໍ່າຮຽນ, ແລກປ່ຽນບົດຮຽນຕົວຈິງຢູ່ບາງກົມກອງທະຫານຊາຍແດນແຂວງກວາງນາມ.

ໂດຍ: ຫງວຽນກຸກ