ທ່ານພົນໂທ ຫງວຽນວັນແທ່ງ, ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ເຂົ້າຮ່ວມ ແລະກ່າວຄໍາເຫັນ. ສ່ວນຝ່າຍກະຊວງປ້ອງກັນຄວາມສະຫງົບລາວ ມີທ່ານພັນເອກ ສຸວັນນີ  ສີສຸພາບມີໄຊ, ຮອງຫົວໜ້າກົມໃຫຍ່ການເມືອງ,  ກະຊວງປ້ອງກັນຄວາມສະຫງົບລາວ.

leftcenterrightdel
ທ່ານພັນເອກ ສຸວັນນີ  ສີສຸພາບມີໄຊ ປະດັບຫຼຽນໄຊແຮງງານຊັ້ນ II ໃຫ້ແກ່ໂຮງຮຽນວັດທະນະທໍາເລກ I. ພາບ: bocongan.gov.vn.

ທ່ານພົນໂທ ຫງວຽນວັນແທ່ງ ສະເໜີກົມບຳລຸງສ້າງຮັບເອົາຄໍາເຫັນປະກອບຂອງບັນດາຜູ້ແທນທີ່ກອງປະຊຸມສໍາມະນາ ເພື່ອເພີ່ມເຕີມເນື້ອໃນຂໍ້ຕົກລົງຮ່ວມມືລະຫວ່າງກະຊວງຕໍາຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ ໃນວຽກງານການສຶກສາອົບຮົມ, ບໍາລຸງສ້າງເວົ້າລວມ, ບໍາລຸງສ້າງພາສາຫວຽດນາມ ແລະວັດທະນະທໍາໃຫ້ແກ່ພວກນ້ອງນ້ອຍນັກຮຽນຂອງກະຊວງປ້ອງກັນຄວາມສະຫງົບລາວ ເວົ້າສະເພາະ; ເພີ່ມທະວີການຄົ້ນຄວ້າ, ປະຕິຮູບວິທີການສິດສອນ, ປະຕິບັດລະບຽບວິໄນ, ແບບແຜນວຽກງານການຮຽນການສອນ, ວຽກງານຕີລາຄາຄຸນນະພາບການບໍາລຸງສ້າງຢ່າງເຂັ້ມງວດ. ປ່ຽນແປງໃໝ່, ຍົກສູງຄຸນນະພາບວຽກງານການສຶກສາ, ຄຸ້ມຄອງນັກຮຽນ; ເອົາໃຈໃສ່ເຖິງການສຶກສາອົບຮົມໃຫ້ແກ່ພວກນ້ອງຝຶກຝົນຫຼໍ່ຫຼອມສະຕິໃນການຈັດຕັ້ງລະບຽບວິໄນຂອງກໍາລັງປະກອບອາວຸດ.

leftcenterrightdel
ທ່ານພົນໂທ ຫງວຽນວັນແທ່ງ, ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ໄດ້ມອບໃບຍ້ອງຍໍໃຫ້ແກ່ໝູ່ຄະນະ ແລະສ່ວນບຸກຄົນທີ່ມີຜົນງານດີເດັ່ນ. ພາບ: bocongan.gov.vn.

ເນືື່ອງໃນໂອກາດນີ້, ສປປ ລາວ ໄດ້ປະດັບຫຼຽນໄຊແຮງງານຊັ້ນ II ໃຫ້ໂຮງຮຽນວັດທະນະທໍາເລກ I, ກະຊວງຕໍາຫຼວດຫວຽດນາມ ໄດ້ມອບໃບຍ້ອງຍໍໃຫ້ແກ່ 2 ໝູ່ຄະນະ ແລະສ່ວນບຸກຄົນ 5 ຄົນ ທີ່ມີຜົນງານດີເດັ່ນໃນວຽກງານການສຶກສາ.

ໂດຍ: ທູຈາງ