ຜົນປະກົດວ່າ, ຄະນະນັກຮຽນຫວຽດນາມລວມມີ 48 ຄົນເຂົ້າຮ່ວມໂດຍພະແນກສຶກສາ ແລະກໍ່ສ້າງຮ່າໂນ້ຍ ຄັດເລືອກ ແລະບຳລຸງໄດ້ຮັບຜົນງານສູງສຸດ, ດ້ວຍ 100% ໄດ້ຮັບລາງວັນ. ໃນນັ້ນມີຫຼຽນຄຳ 7 ຫຼຽນ, ຫຼຽນເງິນ 16 ຫຼຽນ,   ຫຼຽນທອງ 20 ຫຼຽນ ແລະບັນດາລາງວັນຊົມເຊີຍ. ນອກຈາກນັ້ນ, ຄະນະນັກຮຽນຫວຽດນາມ ຍັງຍາດໄດ້ລາງວັນຊະນະເລີດໝູ່ຄະນະ.

leftcenterrightdel
ຄະນະນັກຮຽນຫວຽດນາມ ໄດ້ຮັບການຕ້ອນຮັບຢູ່ສະໜາມບິນສາກົນໂນ້ຍບາຍ. ພາບ: ພະແນກສຶກສາ ແລະກໍ່ສ້າງຮ່າໂນ້ຍ.

ການແຂ່ງຂັນ CFM ເລີ່ມຈັດຕັ້ງແຕ່ປີ 2014, ດ້ວຍຄາດໝາຍສ້າງກາລະໂອກາດແລກປ່ຽນຂໍ້ມູນຂ່າວສານ, ແນວຄວາມຄິດ ແລະການໝູນໃຊ້ໃໝ່ສຸດທີ່ກ່ຽວຂ້ອງເຖິງຄະນິດສາດ ເຊິ່ງມາຈາກທົ່ວທຸກແຫ່ງໃນໂລກ.

ໂດຍ: ທູຮັ່ງ