ກ່າວຄໍາເຫັນທີ່ພິທີ, ທ່ານ Umeda Kunio, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມຍີ່ປຸ່ນ ປະຈໍາຫວຽດນາມ ໃຫ້ຮູ້ວ່າ, ໂຄງການເພີ່ມທະວີການບໍາລຸງສ້າງຄູສອນພາສາຍີ່ປຸ່ນ ຢູ່ຫວຽດນາມ ໄດ້ປະຕິບັດບົນພື້ນຖານຂໍ້ລິເລີ່ມຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ກ່ຽວກັບການບໍາລຸງສ້າງຄູສອນພາສາຍີ່ປຸ່ນຢູ່ 3 ປະເທດອາຊີ.

leftcenterrightdel
ທ່ານເອກອັກຄະລັດຖະທູດ Umeda Kunio ກ່າວຄໍາເຫັນທີ່ພີທີ. ພາບ: ວັນຮ໋ຽວ.

ທ່ານ Umeda Kunio ຢັ້ງຢືນວ່າ, ນີ້ແມ່ນໂຄງການພິເສດເພື່ອແນໃສ່ເພີ່ມທະວີການບໍາລຸງສ້າງ, ຍົກສູງກໍາລັງຄວາມສາມາດຄູສອນພາສາຍີ່ປຸ່ນ ຢູ່ຫວຽດນາມ ກວ່າອີກ, ເລີ່ມແຕ່ປີ 2018 - ເຊິ່ງແມ່ນປີທີ່ສ້າງຂີດໝາຍ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຍີ່ປຸ່ນ-ຫວຽດນາມ, ພ້ອມທັງແມ່ນປັດໄຈສໍາຄັນເພື່ອແນໃສ່ພັດທະນາການສຶກສາອົບຮົມພາສາຍີ່ປຸ່ນ ຢູ່ຫວຽດນາມ.

ໂຄງການລວມມີ 2 ຊຸດຮຽນ: “ບໍາລຸງສ້າງຄູສອນພາສາຍີ່ປຸ່ນໃໝ່” ແລະ “ເພີ່ມທະວີບໍາລຸງສ້າງກໍາລັງຄວາມສາມາດສໍາລັບຄູສອນພາສາຍີ່ປຸ່ນ”.

ໂດຍ: ທູຈາງ