ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນງອັກຫວຽດ ເລຂາຄະນະຊາວໜຸ່ມນະຄອນຮ່າໂນ້ຍ ເນັ້ນໜັກວ່າ, ວັນມ໋ຽວ-ກ໋ວກຕືຢ໋າມ ໄດ້ຈົດຊື່ບັນດາຜູ້ທີ່ມີຄວາມເກັ່ງກ້າສາມາດຂອງຊາດຫວຽດນາມ. ນັກສຶກສາດີເດັ່ນ 88 ຄົນຂອງບັນດາມະຫາວິທະຍາໄລ, ສະຖາບັນປີ 2018 ເປັນກຽດທີ່ໄດ້ຈົດຊື່ໃສ່ປື້ມຄຳມູນເຊື້ອມີຄວາມໝາຍທີ່ສຸດຂອງນະຄອນຫຼວງຮ່າໂນ້ຍ. ປີ 2018 ແມ່ນປີທີ 16 ເຊິ່ງນະຄອນຮ່າໂນ້ຍ ຈັດຕັ້ງພິທີຍ້ອງຍໍບັນດານັກຮຽນດີເດັ່ນຂອງບັນດາມະຫາວິທະຍາໄລ, ສະຖາບັນໃນບໍລິເວນຮ່າໂນ້ຍ. ນີ້ແມ່ນການເຄື່ອນໄຫວສະແດງໃຫ້ເຫັນຄວາມເອົາໃຈໃສ່ເປັນປະຈຳ, ເລິກເຊິ່ງຂອງນະຄອນຮ່າໂນ້ຍ ສຳລັບພາລະກິດສຶກສາ, ກໍ່ສ້າງ, ບຳລຸງໃຫ້ຮຸ່ນໜຸ່ມ; ພ້ອມທັງຮັບຮອງ, ຍ້ອງຍໍໝາກຜົນແຫ່ງການຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ຈິດໃຈຜ່ານຜ່າຄວາມຫຍຸ້ງຍາກບືນຕົວຂຶ້ນຂອງນັກສຶກສານະຄອນຫຼວງ.

leftcenterrightdel
ບັນດານັກສຶກສາດີເດັ່ນປີ 2018 ຈົດຊື່ໃສ່ປື້ມຄຳຢູ່ ວັນມ໋ຽວ-ກ໋ວກຕືຢ໋າມ. ພາບ: hanoimoi.com.vn.

ພິທີຈົດຊື່ໃສ່ປື້ມຄຳໄດ້ຮັບການຈັດຕັ້ງເພື່ອແນໃສ່ລະດົມກຳລັງໃຈ, ຮັບຮອງບັນດາຜົນງານແຫ່ງການຮ່ຳຮຽນຂອງນັກສຶກສາດີເດັ່ນ, ພ້ອມທັງສຶກສາອົບຮົມ ແລະສົ່ງເສີມຈິດໃຈມັກຮຽນຂອງຊາວໜຸ່ມເຍົາວະຊົນຫວຽດນາມ. ພາຍຫຼັງພິທີຈົດຊື່ໃສ່ປື້ມຄຳ, ນັກສຶກສາດີເດັ່ນ 88 ຄົນຈະເຂົ້າຮ່ວມພິທີຍ້ອງຍໍນັກສຶກສາດີເດັ່ນຂອງບັນດາມະຫາວິທະຍາໄລ, ສະຖາບັນປີ 2018 ເຊິ່ງຈະໄດ້ດຳເນີນໃນຕອນຄ່ຳວັນທີ 8 ຕຸລາຢູ່ ວັນມ໋ຽວ-ກ໋ວກຕືຢ໋າມ.

ໂດຍ: ທູຮັ່ງ