“ບັນດາມະຫາວິທະຍາໄລລັດເຊຍ”ແມ່ນໂຄງການສຶກສາໄລຍະຍາວຂອງສູນວິທະຍາສາດ ແລະວັດທະນະທໍາລັດເຊຍ ປະຈໍາຮ່່າໂນ້ຍ, ເຊິ່ງເລີ່ມປະຕິບັດນັບແຕ່ປີ 2014 ດ້ວຍການໜູນຊ່ວຍຢ່າງຕັ້ງໜ້າຂອງກະຊວງສຶກສາ ແລະກໍ່ສ້າງຫວຽດນາມ. ໃນໄລຍະກວ່າ 4 ປີແຫ່ງການປະຕິບັດ, ໂຄງການໄດ້ແນະນໍາ, ໂຄສະນາພື້ນຖານການສຶກສາຂອງລັດເຊຍຢູ່ຫວຽດນາມຢ່າງມີປະສິດທິຜົນ.

leftcenterrightdel
ທ່ານນາງ N.Shafinskaya ຜູ້ອໍານວຍການສູນວິທະຍາສາດ ແລະວັດທະນະທໍາລັດເຊຍ ກ່າວຄໍາເຫັນທີ່ກອງປະຊຸມຂ່າວ. ພາບ: qdnd.vn.

ໃນວັນດຽວກັນ, ຜູ້ຕາງໜ້າບັນດາອົງການສຶກສາ ແລະນັກຮຽນບັນດາໂຮງຮຽນສາມັນຂອງຫວຽດນາມໄດ້ສະໜອງຂໍ້ມູນຂ່າວສານລະອຽດກ່ຽວກັບບັນດາຂົງເຂດບໍາລຸງສ້າງ; ບັນດາລາຍການບໍາລຸງສ້າງເຄື່ອນທີ່; ບັນດາກາລະໂອກາດ, ເງື່ອນໄຂສະຫງວນໃຫ້ນັກສຶກສາຕ່າງປະເທດມາຮໍ່າຮຽນ ແລະດໍາລົງຊີວິດຢູ່ລັດເຊຍ. ເປົ້າໝາຍຂອງການເຄື່ອນໄຫວນີ້ແມ່ນຊ່ວຍໃຫ້ຊາວໜຸ່ມຫວຽດນາມມີການກໍານົດທິດກ່ຽວກັບສະພາບແວດລ້ອມແຫ່ງການສຶກສາຢູ່ລັດເຊຍໃຫ້ດີກວ່າ.

ໂດຍ: ທູຈາງ