ນ້ອງ ຟ້າມດຶກທັ໋ງ, ຫ້ອງ ມ.7, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາວິທະຍາສາດທຳມະສາດ, ມະຫາວິທະຍາໄລແຫ່ງ ຊາດຮ່າໂນ້ຍ ຍາດໄດ້ຫຼຽນຄຳ; ນ້ອງ ຮວ່າງຊວນເຍິ້ດ, ຫ້ອງ ມ.7, ໂຮງຮຽນສາມັນສຶກສາພອນສະຫວັນ, ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈິມິນ ຍາດໄດ້ຫຼຽນເງິນ; ນ້ອງ ຫງວຽນຮວ່າງຫາຍມີງ ແລະຫງວຽນແຄ໋ງ ລ້ວນແຕ່ແມ່ນນັກຮຽນຫ້ອງ ມ.7, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາວິທະຍາສາດທຳມະສາດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ຍາດໄດ້ຫຼຽນທອງ.

leftcenterrightdel
ຄະນະຫວຽດນາມໃນການແຂ່ງຂັນ Olympic ຄອມພີວເຕີສາກົນຄັ້ງທີ 30 ປີ 2018. ພາບ: qdnd.vn.

ຄະນະຫວຽດນາມ ຖືກຈັດອັນດັບທີ 12 ຂອງໂລກ, ໃນຈໍານວນ 87 ປະເທດ ແລະເຂດແຄ້ວນທີ່ເຂົ້າຮ່ວມການແຂ່ງຂັນ ແລະຈັດອັນດັບທີ 2 ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

 

ໂດຍ: ເຈິ່ນຮວ່ຽນ