ກ່າວຄໍາເຫັນທີ່ພິທີໄຂ, ທ່ານ ເຈິ່ນດ້າຍກວາງ ໄດ້ຍ້ອງຍໍຊົມເຊີຍ, ອວຍພອນບັນດາຜົນງານດີເດັ່ນ ເຊິ່ງຄູອາຈານ ແລະນັກຮຽນໂຮງຮຽນມັດທະຍົມຕອນປາຍ ຈູວັນອານ ກໍ່ຄືຂະແໜງການສຶກສານະຄອນຫຼວງ ແລະທົ່ວປະເທດເວົ້າລວມທີ່ບັນລຸໄດ້. ທ່ານ ເຈິ່ນດ້າຍກວາງ ເນັ້ນໜັກວ່າ: ການສຶກສາເປັນພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງຂອງປະເທດ, ຕັດສິນອະນາຄົດ, ຊາຕາກໍາຂອງຊົນຊາດ. ເພາະສະນັ້ນ, ພັກ ແລະລັດເຮົາຍາມໃດກໍ່ຖືການສຶກສາແມ່ນລັດຖະນະໂຍບາຍແຖວຫນ້າ, ເປັນທີ່ຕັ້ງໃຈກາງໃນວິວັດການພັດທະນາ.

leftcenterrightdel
ທ່ານປະທານປະເທດ ເຈິ່ນດ້າຍກວາງ ຕີກອງໄຂສົກຮຽນໃໝ່ຢູ່ທີ່ໂຮງຮຽນມັດທະຍົມຕອນປາຍ ຈູວັນອານ (ຮ່າໂນ້ຍ). ພາບ: ຢຸຍວັນ.

ສົກຮຽນ 2018-2019 ມີຄວາມໝາຍສໍາຄັນຕໍ່ຂະແໜງການສຶກສາຂອງປະເທດເຮົາໃນການສືບຕໍ່ຜັນຂະຫຍາຍບັນດາມາດຕະການປ່ຽນແປງໃໝ່ການສຶກສາ ແລະກໍ່ສ້າງໂດຍພື້ນຖານ, ຮອບດ້ານ ແລະຄົບຊຸດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຮັບໃຊ້ພາລະກິດຫັນເປັນປະເທດອຸດສາຫະກໍາ-ທັນສະໄໝ ແລະເຊື່ອມໂຍງເຂົ້າກັບສາກົນ...

leftcenterrightdel
ທ່ານປະທານປະເທດ ເຈິ່ນດ້າຍກວາງ ມອບຂອງຂວັນອວຍພອນຄູອາຈານ ແລະນັກຮຽນໂຮງຮຽນມັດທະຍົມຕອນປາຍ ຈູວັນອານ (ຮ່າໂນ້ຍ). ພາບ: ຢຸຍວັນ.

ສະເໜີພວກຫຼານນັກຮຽນຄວນເສີມຂະຫຍາຍມູນເຊື້ອມັກຮຽນ, ຫຼໍ່ລ້ຽງຄວາມໃຝ່ຝັນ, ເຈດຈໍານົງບືນຕົວຂຶ້ນ, ມານະພະຍາຍາມແຂ່ງຂັນຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມໃຫ້ດີ, ກາຍເປັນລູກຄຳຮູ້, ນັກຮຽນເກັ່ງເພື່ອກາຍເປັນພົນລະເມືອງດີໃນພາຍພາກໜ້າ, ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.

ທີ່ພິທີ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ມອບຂອງຂວັນໃຫ້ບັນດາຄູອາຈານ, ນັກຮຽນ; ຢ້ຽມຊົມຫໍມູນເຊື້ອຂອງໂຮງຮຽນ ແລະປູກຕົ້ນໄມ້ເປັນທີ່ລະນຶກ.

ໂດຍ: ຮວ່າງເຈື່ອງ