ປະທານສະພາແຫ່ງຊາດ ຮັບຮູ້ວ່າ, ໃນ 20 ປີ ຜ່ານມາ, ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈິມິນ ໄດ້ມີບັນດາບາດກ້າວພັດທະນາຢ່າງແຮງ ແລະບັນລຸໄດ້ບັນດາຜົນງານສຳຄັນ, ແມ່ນຫົວໜ່ວຍທຳອິດເຊິ່ງເປັນເຈົ້າການນຳໜ້າປ່ຽນແປງໃໝ່ການບຳລຸງສ້າງ, ແມ່ນມະຫາວິທະຍາໄລແຫ່ງທຳອິດໃນທົ່ວປະເທດທີ່ເປີດຮຽນລະດັບປະລິນຍາຕີ ແລະວິສະວະກອນທີ່ມີຄວາມເກັ່ງກ້າສາມາດ. ໃນປັດຈຸບັນ, ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈິມິນ ພວມສ້າງແບບຢ່າງມະຫາວິທະຍາໄລເຂດຕົວເມືອງແຫ່ງທຳອິດຢູ່ຫວຽດນາມ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ  ໂອ້ລົມກັບນັກສຶກສາມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈິມິນ. ພາບ: ຮົ່ງຢາງ - ດຶກລົກ.

ທ່ານນາງ ຫງວຽນທິກິມເງິນ ໃສ່ໃຈວ່າ, ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈິມິນ ຄວນສຸມໃສ່ຍົກສູງຄຸນນະພາບໃນການບຳລຸງສ້າງ, ສ້າງຖັນແຖວຄູ - ອາຈານຕັ້ງໜ້າຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ມີນ້ຳໃຈຮັບຜິດຊອບສູງ, ເປັນເຈົ້າການຢ່າງມີຫົວຄິດປະດິດສ້າງໃນການສິດສອນ. ພ້ອມກັນນັ້ນ, ຄວນຍູ້ແຮງການເຄື່ອນໄຫວຄົ້ນຄວ້າວິທະຍາສາດ, ສົມເປັນສູນຄົ້ນຄວ້າ ແລະຖ່າຍທອດເຕັກໂນໂລຢີຫຼາຍຂະແໜງ, ຫຼາຍຂົງເຂດ, ມີຄຸນນະພາບສູງຂອງທົ່ວປະເທດ. ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈິມິນ ຕ້ອງສູ້ຊົນໃຫ້ກາຍເປັນ 1 ໃນບັນດາມະຫາວິທະຍາໄລແຖວໜ້າຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະແມ່ນມະຫາວິທະຍາໄລທີ່ຢືນຢູ່ໃນ top ແຖວໜ້າຂອງພາກພື້ນອາຊີ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ  ກັບບັນດາຜູ້ແທນ, ຄູອາຈານ ແລະນັກສຶກສາມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈິມິນ. ພາບ: ຮົ່ງຢາງ - ດຶກລົກ.

ທ່ານນາງ ຫງວຽນທິກິມເງິນ ໄດ້ສະຫງວນເວລາໂອ້ລົມກັບນັກສຶກສາມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈິມິນ ກວ່າ 1.000 ຄົນ ແລະມອບທຶນສຶກສາ 10 ທຶນໃຫ້ນັກສຶກສາທີ່ປະສົບກັບຄວາມຫຍຸ້ງຍາກ 10 ຄົນ.

 

ໂດຍ: ທູຮັ່ງ