ພາຍຫຼັງຮ່ຳຮຽນມາເປັນເວລາກວ່າ 3 ເດືອນ, ບັນດານັກສຳມະນາກອນໄດ້ຮັບຮູ້ບັນດາຄວາມຮູ້ພື້ນຖານກ່ຽວກັບພາສາລາວ ຄື: ຟັງ, ເວົ້າ, ອ່ານ, ຂຽນ ແລະການພົວພັນແລກປ່ຽນກັບພະນັກງານ ແລະປະຊາຊົນລາວ.

leftcenterrightdel
ການນຳທະຫານຊາຍແດນແຂວງແທງຮ໋ວາ ມອບໃບຢັ້ງຢືນສຳເລັດຊຸດຮຽນໃຫ້ບັນດານັກສຳມະນາກອນ. ພາບ: ຫາຍຈວຽນ.

ນີ້ເປັນພື້ນຖານເພື່ອໃຫ້ບັນດາພະນັກງານເມື່ອກັບຄືນກົມກອງຈະເປັນເສນາທິການໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນປະຕິບັດທັດສະນະ, ແນວທາງການຕ່າງປະເທດຂອງພັກ ແລະລັດຫວຽດນາມ ກໍ່ຄື ວຽກງານການຕ່າງປະເທດຊາຍແດນເປັນຢ່າງດີ; ໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນຢູ່ສອງຟາກຊາຍແດນພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມໃນບໍລິເວນຊາຍແດນ.

ໂດຍ: ສົມເພັດ