ບັນດາສະມາຊິກໃນທີມໄດ້ສະແດງໃຫ້ເຫັນຄວາມຈູບຈ້າວຫ້າວຫັນ. ນັກເຕະບາງຄົນຄື  ຕ໋ຽນຢູ໋ງ, ດຶກຈິງ ໄດ້ມີແຟນບານ ອິນໂດເນເຊຍ ເຂົ້າມາຫຸ້ມຂໍຖ່າຍຮູບເປັນທີ່ລະນຶກ.

leftcenterrightdel
ກອງໜ້າ ຮ່າດຶກຈິງ ເຊັນລາຍເຊັນໃຫ້ແຟນບານປະເທດເຈົ້າພາບອິນໂດເນເຊຍ. ພາບ: ວຽດຮຸ່ງ.

ຄະນະຈັດຕັ້ງປະເທດເຈົ້າພາບໄດ້ສ້າງເງື່ອນໄຂໃຫ້ລູກສິດ ແລະຄູຝຶກ Park Hang-seo ເຮັດລະບຽບການເຂົ້າເມືອງຢ່າງວ່ອງໄວ. ນອກຈາກນັກຂ່າວຫວຽດນາມ ທີ່ໄປນຳຄະນະເປັນຈຳນວນຫຼວງຫຼາຍແລ້ວ, ວົງການສື່ມວນຊົນ ອິນໂດເນເຊຍ ກໍ່ສະຫງວນຄວາມເອົາໃຈໃສ່ເປັນພິເສດໃຫ້ທີມຊາດ Olympic ຫວຽດນາມ. ທີ່ອິນໂດເນເຊຍ, Olympic ຫວຽດນາມ ຈະພັກຢູ່ໂຮງແຮມ Harper ພ້ອມກັບບັນດາຄູ່ແຂ່ງທີມຊາດ Olympic ຍີ່ປຸ່ນ, ເນປານ ແລະປາກິດສະຖານ.

ທີມຊາດ Olympic ຫວຽດນາມ ຈະການແຂ່ງຂັນອອກທັບ ASIAD 18 ພົບກັບທີມຊາດ Olympic ປາກິດສະຖານໃນເວລາ 16 ໂມງຂອງວັນທີ 14 ສິງຫາຈະມາເຖິງ.

 

ໂດຍ: ເຈິ່ນຮວ່ຽນ