ຄະນະນັກຮຽນຫວຽດນາມ ມີ 16 ຄົນ, ເຂົ້າຮ່ວມໃນ 4 ຂົງເຂດຄົ້ນຄວ້າ ຍາດໄດ້ຜົນງານສູງດ້ວຍ 3 ທີມຍາດໄດ້ຫຼຽນຄໍາ ແລະ 1 ທີມຍາດໄດ້ຫຼຽນເງິນ. ບັນດາຫົວຂໍ້ຂອງຄະນະນັກຮຽນຫວຽດນາມ ທີ່ WICO ໄດ້ຮັບການຕີລາຄາສູງເມື່ອສຸມໃສ່ຂົງເຂດວິທະຍາສາດ ແລະປົກປັກຮັກສາສິ່ງແວດລ້ອມທີ່ມີລັກສະນະໝູນໃຊ້.

leftcenterrightdel
ຄະນະນັກຮຽນຫວຽດນາມ ເຂົ້າຮ່ວມ WICO ປີ 2018 ຍາດໄດ້ຜົນງານສູງດ້ວຍ 3 ທີມຍາດໄດ້ຫຼຽນຄໍາ ແລະ 1 ທີມຍາດໄດ້ຫຼຽນເງິນ. ພາບ: vietnam+.

ຄຽງຂ້າງ 3 ຫຼຽນຄໍາ, 1 ຫຼຽນເງິນນັ້ນ, ຄະນະຫວຽດນາມ ເປັນກຽດທີ່ໄດ້ແບ່ງປັນລາງວັນໃຫຍ່ຂອງການແຂ່ງຂັນ (Semi Grand Award) ພ້ອມກັບຄະນະອິນໂດເນເຊຍ. ພ້ອມກັນນັ້ນ, ນີ້ກໍເປັນຄັ້ງທໍາອິດພາຍຫຼັງ 7 ປີທີ່ເຂົ້າຮ່ວມ WICO, ຄະນະຫວຽດນາມ ຍາດໄດ້ລາງວັນແນະນໍາດີເດັ່ນທີ່ສຸດ (Best leading Innovation award).

ແປໂດຍ: ຮວ່າງເຈື່ອງ