ນີ້ແມ່ນຊຸດຮຽນທີ XV ໄດ້ຈັດຕັ້ງຢູ່ໂຮງຮຽນວິທະຍາໄລສ້າງຄູແຂວງ ເງະອານ. ເຂົ້າຮ່ວມຊຸດຮຽນມີນັກຮຽນ, ນັກສຶກສາ 101 ຄົນທີ່ມາຈາກບັນດາແຂວງ ຊຽງຂວາງ, ບໍລິຄໍາໄຊ, ຫົວພັນ, ສະຫວັນນະເຂດ, ວຽງຈັນ ແລະຄໍາມ່ວນ.

leftcenterrightdel
ລາຍການສະແດງສິລະປະຂອງບັນດານັກຮຽນ, ນັກສຶກສາລາວ ຢູ່ພິທີອັດຊຸດບໍາລຸງສ້າງ. ພາບ: ມິຮ່າ.

ສິ້ນສຸດຊຸດຮຽນ 100% ນັກຮຽນ, ນັກສຶກສາໄດ້ເຂົ້າຮ່ວມການສອບເສັງ ແລະຮຽນຈົບ. ໃນນັ້ນອັດຕານັກຮຽນ, ນັກສຶກສາບັນລຸໄດ້ຜົນງານດີເລີດແມ່ນ  9%, ເກັ່ງ 26% ແລະດີ 25%, ປານກາງ 29%. ຜູ້ທີ່ເຂົ້າຮ່ວມຊຸດຮຽນມີທັງພະນັກງານຢູ່ບັນດາອົງການຈັດຕັ້ງ, ກົມກອງ ແລະນັກຮຽນທີ່ຫາກໍ່ຈົບມັດທະຍົມຕອນປາຍຢູ່ ສປປ ລາວ.

leftcenterrightdel
ການນໍາໂຮງຮຽນວິທະຍາໄລສ້າງຄູແຂວງ ເງະອານ ມອບໃບປະກາສະນີຍະບັດ ໃຫ້ບັນດານັກຮຽນດີເລີດ. ພາບ: ມິຮ່າ.

ກ່າວຄໍາເຫັນທີ່ພິທີອັດ, ການນໍາໂຮງຮຽນວິທະຍາໄລສ້າງຄູແຂວງ ເງະອານ ຕີລາຄາສູງຄວາມມານະພະຍາຍາມຂອງບັນດານັກຮຽນ, ນັກສຶກສາລາວ ໃນວິວັດແຫ່ງການເຂົ້າຮ່ວມຊຸດບໍາລຸງສ້າງ.

ການເປີດບັນດາຊຸດບໍາລຸງສ້າງພາສາຫວຽດໃຫ້ນັກຮຽນ, ນັກສຶກສາລາວ ມີຄວາມໝາຍສໍາຄັນ, ສະແດງໃຫ້ເຫັນອາ​ລົມ​ຈິດ, ຄວາມຮັບຜິດຊອບຂອງອໍານາດການປົກຄອງແຂວງ ເງະອານ ເວົ້າສະເພາະ ແລະຫວຽດນາມ ເວົ້າລວມ ສໍາລັບປະເທດເພື່ອນມິດລາວ ອ້າຍນ້ອງ, ພ້ອມທັງ, ຢັ້ງຢືນສາຍພົວພັນທີ່ໝັ້ນແກ່ນ, ສະໜິດຕິດພັນລະຫວ່າງສອງຊາດອີກດ້ວຍ.

 

ແປໂດຍ: ຫງວຽນກຸກ