ການແຂ່ງຂັນ Olympic ວິຊາຟີຊິກສາດປີນີ້ມີການເຂົ້າຮ່ວມຂອງ 86 ປະເທດ ແລະເຂດແຄວ້ນ.  ຄະນະນັກຮຽນຫວຽດນາມ ມີນັກຮຽນເຂົ້າຮ່ວມການສອບເສັງ 5 ຄົນ, ທັງ 5 ຄົນລ້ວນແຕ່ຍາດໄດ້ຫຼຽນໄຊ.

leftcenterrightdel
ຄະນະນັກຮຽນຫວຽດນາມ ເຂົ້າຮ່ວມການສອບເສັງ Olympic ວິຊາຟີຊິກສາດສາກົນ. ພາບ: qdnd.vn.

ໂດຍລະອຽດ, ມີນັກຮຽນ 2 ຄົນຍາດໄດ້ຫຼຽນຄໍາແມ່ນນ້ອງ ຫງວຽນງອັກລອງ, ມ.7, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາລາມເຊີນ (ແຂວງ ແທງຮວ໋າ); ນ້ອງ ເຈິ່ນດຶກຮຸຍ, ມ.7, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາຮ່າໂນ້ຍ - Amsterdam. ມີນັກຮຽນ 2 ຄົນຍາດໄດ້ຫຼຽນເງິນແມ່ນ: ນ້ອງ ຫງວຽນຊວນເຕິນ, ມ.6, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາວິທະຍາສາດ-ທໍາມະຊາດ (ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ); ນ້ອງ ຈິ້ງຢຸຍຮ່ຽວ, ມ.6, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາບັກຢາງ ແລະນ້ອງ ຫງວຽນວັນແທ່ງເລີ້ຍ, ມ.7, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາກວາງຈູງ (ແຂວງ ບິ່ງເຟືອກ) ຍາດໄດ້ຫຼຽນທອງ. ດ້ວຍຜົນງານດັ່ງກ່າວ,  ຫວຽດນາມ ແມ່ນໜຶ່ງໃນ 10 ປະເທດຍາດໄດ້ຜົນງານສູງ.

leftcenterrightdel
ຄະນະນັກຮຽນຫວຽດນາມ ເຂົ້າຮ່ວມການສອບເສັງ Olympic ວິຊາເຄມີສາດສາກົນ. ພາບ: qdnd.vn.

ໃນວັນດຽວກັນ, ຕາມແຫຼ່ງຂ່າວຈາກກະຊວງສຶກສາ ແລະບໍາລຸງສ້າງຫວຽດນາມ ແລ້ວ, ຄະນະນັກຮຽນຫວຽດນາມ ເຂົ້າຮ່ວມການສອບເສັງ Olympic ວິຊາເຄມີສາດສາກົນຄັ້ງທີ 50, ປີ 2018 ຢູ່ ສ.ເຊັກ ແລະສ. ສະໂລວາເກຍ ມີນັກຮຽນເຂົ້າຮ່ວມການແຂ່ງຂັນ 4 ຄົນ, ທັງ 4 ຄົນລ້ວນແຕ່ຍາດໄດ້ຫຼຽນ. ໃນນັ້ນມີຫຼຽນຄໍາ 1 ຫຼຽນ, ຫຼຽນເງິນ 2 ຫຼຽນ, ຫຼຽນທອງ 1 ຫຼຽນ.

 

ແປໂດຍ: ຫງວຽນກຸກ