ເປີດຊຸດຮຽນພາສາລາວໃຫ້ພະນັກງານບັນດາພະແນກ, ຂະແໜງການແຂວງ ເງະອານ
ກປ.ອອນໄລ - ຕອນບ່າຍວັນທີ 19 ມິຖຸນາ, ຄະນະກຳມະການປະຊາຊົນແຂວງ ເງະອານ ໄດ້ຈັດຕັ້ງພິທີໄຂຊຸດຮຽນພາສາລາວ ໃຫ້ພະນັກງານບັນດາພະແນກ, ຂະແໜງການໃນແຂວງ.
ຊຸດຮຽນມີນັກສຳມະນາກອນ 86 ຄົນ, ໃນນັ້ນມີພະນັກງານພະແນກ, ຂະແໜງການ 40 ຄົນ ແລະພະນັກງານທະຫານຊາຍແດນ ແຂວງ ເງະອານ 46 ຄົນ. ຊຸດຮຽນຄາດຄະເນວ່າຈະດຳເນີນແຕ່ເດືອນ ມິຖຸນາ ຫາເດືອນ ກັນຍາ ປີ 2018, ໂດຍຄູອາຈານແມ່ນຄົນລາວສິດສອນໂດຍກົງ.
|
|
ທ່ານ ເລງອັກຮວາ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເງະອານ ກ່າວຄຳເຫັນທີ່ພິທີໄຂ. ພາບ: ຫາຍເທື້ອງ. |
ພາຍຫຼັງສິ້ນສຸດຊຸດຮຽນ, ບັນດານັກສຳມະນາກອນຈະມີຄວາມຮູ້ກ່ຽວກັບບັນດາທັກສະຄື: ຟັງ, ເວົ້າ, ອ່ານ ແລະຂຽນດ້ວຍພາສາລາວ, ຮັບໃຊ້ວຽກງານພົວພັນຕ່າງປະເທດ ແລະສົມທົບກັນປະຕິບັດໜ້າທີ່. ຜ່ານຊຸດຮຽນຊ່ວຍໃຫ້ບັນດານັກສຳມະນາກອນເຂົ້າໃຈແຈ້ງກ່ຽວກັບຮີດຮອງປະເພນີ, ມູນເຊື້ອວັດທະນະທຳຂອງປະເທດເພື່ອນມິດລາວ.
ທ່ານ ເລງອັກຮວາ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເງະອານ ໃຫ້ຮູ້ວ່າ, ຮຽນພາສາລາວ ແມ່ນວຽກທີ່ຈຳເປັນສຳລັບພະນັກງານບັນດາພະແນກ, ຂະແໜງການໃນແຂວງ. ທ່ານຮຽກຮ້ອງໃຫ້ຄະນະຈັດຕັ້ງຊຸດຮຽນປະຕິບັດວຽກງານຄຸ້ມຄອງນັກສຳມະນາກອນຢ່າງເຂັ້ມງວດ, ຮັກສາເນື້ອໃນລາຍການ ແລະເວລາຮ່ຳຮຽນ ເພື່ອໃຫ້ຊຸດຮຽນຮັບປະກັນຄຸນນະພາບສູງ.
ແປໂດຍ: ທູຮັ່ງ