leftcenterrightdel
ຜູ້ຕາງໜ້າກະຊວງສຶກສາ ແລະກໍ່ສ້າງ ຕ້ອນຮັບຄະນະນັກຮຽນເຂົ້າຮ່ວມການແຂ່ງຂັນກັບຄືນປະເທດ. ພາບ: ຈຸງເຕີມ.

ລາງວັນທີສາມຂຶ້ນກັບຜູ້ເຂົ້າແຂ່ງຂັນສອງຄົນນັ້ນແມ່ນນ້ອງ ເລຕ໋ວຽດກິ່ງແອງ ແລະນ້ອງ ຟ້າມທິມີງເຫວ້ (ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ເຈີ່ນຟຸ, ຫາຍຟ່ອງ) ດ້ວຍໂຄງການ “ຄົ້ນຄ້ວາການພັດທະນາວິທີການປິ່ນປົວເຊື້ອໄວຣັສແບກທີເຣຍ phages ເພື່ອແທນໃຫ້ຢາຕ້ານເຊື້ອໃນການປິ່ນປົວເຊື້ອແບກທີເຣຍ Staphylococcus aureus”. ນີ້ກໍ່ແມ່ນໂຄງການຍາດໄດ້ລາງວັນທີໜຶ່ງໃນການແຂ່ງຂັນວິທະຍາສາດເຕັກນິກລະດັບຊາດ ສະຫງວນໃຫ້ນັກຮຽນມັດທະຍົມ ສົກຮຽນ 2017 – 2018. ໂຄງການຍາດໄດ້ລາງວັນຊົມເຊີຍໂດຍ NIDA ມອບໃຫ້ແມ່ນໂຄງການ “ຄົ້ນຄວ້າຄວາມເຂັ້ມບັນດາທາດເປັນກາງນຳສົ່ງລະບົບເສັ້ນປະສາດ Dopaminergic, Serotonergic ໃນນ້ຳປັດສະວະ ແລະສາຍກ່ຽວພັນກັບການຫັນປ່ຽນການກະທຳຂອງຜູ້ຕິດ ເກມ” ຂອງນັກຮຽນ ເລຮ່າຄວາ ແລະຫງວຽນເຟືອງນາມ, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ຫງວຽນເຫວ້, ຮ່າໂນ້ຍ.

Intel ISEF 2018 ໄດ້ຈັດຕັ້ງລະຫວ່າງວັນທີ 13 – 18 ພຶດສະພາ. ມີ 1.401 ໂຄງການຂອງນັກຮຽນ 1.793 ຄົນເຂົ້າຮ່ວມທີ່ມາຈາກ 79 ປະເທດ. ຄະນະຫວຽດນາມ ມີ 8 ໂຄງການເຂົ້າຮ່ວມ ແລະແມ່ນໜຶ່ງໃນ 43 ປະເທດ, ເຂດແຄ້ວນມີໂຄງການຍາດໄດ້ລາງວັນ.

 

ແປໂດຍ: ທູຮັ່ງ