ຫວຽດນາມ ຍາດໄດ້ຫຼຽນຄໍາ 4 ຫຼຽນ ທີ່ໂອລິມປິກຟີຊິກສາດ ອາຊີ 2018
ກປ.ອອນໄລ - ຕອນບ່າຍວັນທີ 12 ພຶດສະພາ, ທີ່ ຮ່າໂນ້ຍ, ໂອລິມປິກຟິຊິກສາດ ອາຊີ ຄັ້ງທີ 19 (APhO 2018) ໄດ້ອັດລົງຢ່າງຈົບງາມພາຍຫຼັງ 9 ວັນດໍາເນີນໄປຢ່າງຟົດຟື້ນ.
APhO 2018 ມີການເຂົ້າຮ່ວມຂອງຜູ້ສອບເສັງເກືອບ 200 ຄົນທີ່ມາຈາກ 25 ປະເທດ ແລະເຂດແຄວ້ນ. ຜົນການສອບເສັງປະກົດວ່າ, ຄະນະຈັດຕັ້ງໄດ້ມອບ 33 ຫຼຽນຄໍາ, 13 ຫຼຽນເງິນ, 24 ຫຼຽນທອງ ແລະ ລາງວັນພິເສດ 9 ລາງວັນໃຫ້ບັນດາບຸກຄົນມີຜົນງານດີເດັ່ນໃນການສອບເສັງ.
|
|
ນ້ອງ ເຈິ່ນດຶກຮຸຍ (ກາງ) ຍາດໄດ້ຫຼຽນຄໍາ ແລະລາງວັນພິເສດໃນການສອບເສັງ. ພາບ: ມິງແອງ. |
ຄະນະຫວຽດນາມ ມີຜູ້ສອບເສັງທັງໝົດ 8 ຄົນລ້ວນແຕ່ຍາດໄດ້ຫຼຽນ. ໃນນັ້ນ, ມີ 4 ຫຼຽນຄໍາຂອງບັນດານ້ອງ: ເຈິ່ນດຶກຮຸຍ, ໂຮງຮຽນມັດທະຍົມຕອນປາຍ ຮ່າໂນ້ຍ-Amsterdam; ຫງວຽນຫງອກລອງ, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ລາມເຊີນ, ແຂວງ ແທງຮ໋ວາ; ຫງວຽນວັນແທ່ງເລີ້ຍ, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ກວາງຈູງ, ແຂວງ ບິ່ງເຟືອກ; ຈິ້ງຢຸຍຮ໋ຽວ, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ບັກຢາງ, ແຂວງ ບັກຢາງ. ສ່ວນຜູ້ສອບເສັງທີ່ຍັງເຫຼືອຍາດໄດ້ 2 ຫຼຽນເງິນ ແລະ2 ຫຼຽນທອງ. ດ້ວຍຜົນງານດັ່ງກ່າວ, ຄະນະຫວຽດນາມຢືນອັນດັບທີ 3 ທົ່ວຄະນະ.
ແປໂດຍ: ຮວ່າງເຈື່ອງ