ວິທະຍາໄລ ແສງສະຫວັນ ໄດ້ຮ່ວມມືກັບມະຫາວິທະຍາໄລ FPT (ສສ ຫວຽດນາມ) ຈັດຕັ້ງປະຕິບັດການເປີດສອນຫລັກສູດ ປະລິນຍາຕີມາດຕະຖານສາກົນ ຢູ່ ສປປ ລາວ ສອງຫລັກສູດ ຄື ປະລິນຍາຕີ ວິສະວະກໍາຊັອບແວ ຫລັກສູດສາກົນ ແລະ ປະລິນຍາຕີ ບໍລິຫານທຸລະກິດຫລັກສູດສາກົນ.

leftcenterrightdel
ພິທີຕັດແຖບຜ້າທີ່ພິທີ 

ພິທີເປີດໂຄງການຮ່ວມມືຢ່າງເປັນທາງການຂອງສອງສະຖາບັນດັ່ງກ່າວ  ໄດ້ມີຂຶ້ນໃນວັນທີ 8 ພຶດສະພາ 2018 ທີ່ນະຄອນ ຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກິລາ, ທ່ານ ເລ ເຈືອງຕູງ ອະທິການບໍດີ ມະຫາວິທະຍາໄລ FPT ແລະທີ່ປຶກສາກຸ່ມ FPT ລວມທັງພາກສ່ວນທີ່ກ່ຽວຂ້ອງຈາກ ສປປ ລາວ ແລະ ສສ ຫວຽດນາມ.

ທ່ານ ຄຳແສນ ສີສະວົງ ປະທານກຸ່ມການສຶກສາ ແສງສະຫວັນ ກ່າວວ່າ: ການຮ່ວມມືກັບສະຖາບັນການສຶກສາຕ່າງປະເທດ ພວກເຮົາຖືວ່າ ເປັນປັດໄຈສຳຄັນໜຶ່ງທີ່ຈະຍົກລະດັບການສຶກສາຂອງພວກເຮົາໃຫ້ໄດ້ມາດຕະຖານສາກົນ. ສະນັ້ນ, ການຮ່ວມມືກັບມະຫາວິທະຍາໄລ FPT ໃນຄັ້ງນີ້ ແມ່ນມີຜົນດີທີ່ສຸດໃຫ້ແກ່ກຸ່ມການສຶກສາ ແສງສະຫວັນ ແລະເປັນໂອກາດດີໃຫ້ແກ່ນັກຮຽນ-ນັກສຶກສາ ລາວ ໄດ້ເຂົ້າຮຽນຫລັກສູດສາກົນ ຢູ່ ປະເທດລາວເຮົາເອງ, ໂດຍມີຄ່າໃຊ້ຈ່າຍບໍ່ສູງ ຖ້າທຽບໃສ່ໄປຮຽນຕໍ່ຢູ່ຕ່າງປະເທດ. ນອນຈາກນັ້ນ, ຍັງເປັນການສົ່ງເສີມຄວາມສໍາພັນ ລາວ-ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນ ແລະເຕີບໃຫຍ່ຍິ່ງໆຂຶ້ນ. ສອງຫລັກສູດດັ່ງກ່າວ ຈະເປີດຮຽນໃນເດືອນສິງຫາ 2018 ຢູ່ທີ່ວິທະຍາໄລ ແສງສະຫວັນ, ຊຶ່ງຈະສອນເປັນພາສາອັງກິດ ໂດຍອາຈານທີ່ມີປະສົບການ ມາຈາກມະຫາວິທະຍາໄລ FPT ແລະໄລຍະເວລາໃນການຮຽນແມ່ນ 3 ປີ, ໂດຍນຳໃຊ້ຫລັກສູດ ແລະມາດຕະຖານຂອງ ຫວຽດນາມ ມາສິດສອນ.

ວິທະຍາໄລ ແສງສະຫວັນ ແລະມະຫາວິທະຍາໄລ FPT ໄດ້ຮັບອະນຸຍາດຈາກກະຊວງສຶກສາທິການ ແລະກິລາ ໃຫ້ເປີດສອນຫລັກສູດ ປະລິນຍາຕີ ວິສະວະກໍາຊັອບແວຫລັກສູດສາກົນ ແລະປະລິນຍາຕີ ບໍລິຫານທຸລະກິດຫລັກສູດສາກົນ ໃນເດືອນມັງກອນ 2018. ວິທະຍາໄລ ແສງສະຫວັນ ຕັ້ງຢູ່ບ້ານ ສີສະຫວາດ, ຖະໜົນອາຊຽນ, ເມືອງ ຈັນທະບູລີ, ນະຄອນຫລວງວຽງຈັນ.

 

ເນື້ອ​ໃນ ຂ​ປ​ລ