ປີ 2010, ເມື່ອຍັງເປັນລັດຖະມົນຕີການສຶກສາ ລາຊະອານາຈັກອັງກິດ, ທ່ານ Michael Gove ໄດ້ໄປຢ້ຽມຢາມອາຊີ. ພາຍຫຼັງການຢ້ຽມຢາມຄັ້ງນັ້ນ, ທ່ານໄດ້ຖະແຫຼງວ່າຄຸນນະພາບການສຶກສາຢູ່ ຊຽງໄຮ້ ແລະສິງກະໂປ ເປັນໜ້າເຄົາລົບນັບຖືຢ່າງແທ້ຈິງ. ໃນຈຸດເວລານັ້ນ, ຊຽງໄຮ້ ໄດ້ນໍາໜ້າກ່ຽວກັບຄະແນນຕີລາຄາຄຸນນະພາບນັກຮຽນສາກົນ (PISA) ຂອງອົງການຈັດຕັ້ງຮ່ວມມື ແລະພັດທະນາເສດຖະກິດ (OECD).

leftcenterrightdel
ພາບປະກອບຈາກ: vnexpress.net.

8 ປີຜ່ານພົ້ນໄປ, ບົດລາຍງານໃໝ່ກ່ຽວກັບການສຶກສາຂອງ WB ຊີ້ໃຫ້ເຫັນວ່າ, ບໍ່ພຽງແຕ່ ຊຽງໄຮ້ ແລະສິງກະໂປ, ຄຸນນະພາບການສຶກສາຂອງຫຼາຍໂຮງຮຽນອາຊີ ຄືຢູ່ຫວຽດນາມ ໄດ້ຮັບການປັບປຸງພໍສົມຄວນ ແລະສາມາດລື່ນກາຍທັງທິດຕາເວັນຕົກ.

ໜັງສືພິມ Nikkei Asian Review ໄດ້ຄັດສະເໜີຄໍາເວົ້າຂອງທ່ານ ສຈ ເຈີ່ນວັນຮວ່າ ສັງກັດມະຫາວິທະຍາໄລ Victoria (ອົດສະຕາລີ) ທັງເປັນຜູ້ອໍານວຍການໂຄງການຄົ້ນຄວ້າຂັ້ນສູງຫວຽດນາມ ແລະອາຊີຕາເວັນອອກ ໃຫ້ຮູ້ວ່າ, ນະໂຍບາຍການສຶກສາຂອງຫວຽດນາມ ໄດ້ຮັບການຊຸກຍູ້ຍ້ອນມີບັນດາປັດໄຈ ຄື: ມູນເຊື້ອປະຫວັດສາດ, ຈຸດພິເສດກ່ຽວກັບວັດທະນະທໍາ ກໍ່ຄືຄວາມຕ້ອງການກ່ຽວກັບຊັບພະຍາກອນມະນຸດເພື່ອແກ່ງແຍ້ງ ແລະເພີ່ມເຕີມທ່າໄດ້ປຽບໃນທ່າອ່ຽງຫັນເປັນໂລກາພິວັດໃນປັດຈຸບັນ.

 

ແປໂດຍ: ທູຈາງ