ເຂົ້າຮ່ວມພິທີ, ຝ່າຍຫວຽດນາມມີທ່ານ ຫງວຽນທ້ຽນເຍິນ, ກໍາມະການກົມການເມືອງ, ເລຂາພັກນະຄອນ ໂຮ່ຈິມິນ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດນະຄອນ ໂຮ່ຈິ ມິນ; ທ່ານ ຮ.ສຈ, ປອ ຮວິ່ງແທ່ງດາດ, ກໍາມະການສູນກາງພັກ, ອະທິການບໍດີມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈິມິນ...

ຝ່າຍລາວມີທ່ານ ບົວລານ ສີຣິປັນຍາ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະກິລາ; ທ່ານ ສຈ.ປອ ສົມສີ ຍໍພັນໄຊ ອະທິການບໍດີມະຫາວິທະຍາໄລແຫ່ງຊາດລາວ...

leftcenterrightdel

ທ່ານ ຮ.ສຈ, ປອ ຮວິ່ງແທ່ງດາດ, ອະທິການບໍດີມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈິມິນ ແລະທ່ານ ສຈ.ປອ ສົມສີ ຍໍພັນໄຊ, ອະທິການບໍດີມະຫາວິທະຍາໄລແຫ່ງຊາດລາວ ມອບບົດບັນທຶກຊ່ວຍຈຳ. ພາບ: ສໍານັກຂ່າວສານຫວຽດນາມ

ຕາມ MOU ດັ່ງກ່າວ, ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈິມິນ ແລະມະຫາວິທະຍາໄລແຫ່ງຊາດລາວ ຈະແລກປ່ຽນຄູອາຈານ, ນັກຄົ້ນຄວ້າ, ນັກສຶກສາ ລະດັບປະລິນຍາຕີ ແລະປະລິນຍາໂທ; ແລກປ່ຽນຂໍ້ມູນຂ່າວສານ, ເອກະສານວິຊາການຄົ້ນຄວ້າ; ຈັດຕັ້ງບັນດາການເຄື່ອນໄຫວຄົ້ນຄວ້າລວມ. ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈິມິນ ຈະໜູນຊ່ວຍການຍົກສູງກໍາລັງຄວາມສາມາດຄົ້ນຄວ້າໃຫ້ແກ່ຄູອາຈານ,  ນັກຄົ້ນຄວ້າຂອງມະຫາວິທະຍາໄລແຫ່ງຊາດລາວ, ພິເສດແມ່ນໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ; ໜູນຊ່ວຍການເພີ່ມທະວີກໍາລັງຄວາມສາມາດພັດທະນາຫ້ອງທົດລອງມະຫາວິທະຍາໄລແຫ່ງຊາດລາວ; ໜູນຊ່ວຍມະຫາວິທະຍາໄລແຫ່ງຊາດລາວ ໃນການປະຕິບັດບັນດາໂຄງການພັດທະນາຊັບພະຍາກອນມະນຸດ; ສະໜອງທຶນການສຶກສາໃຫ້ແກ່ນັກສຶກສາ ແລະຄູອາຈານໜຸ່ມຂອງມະຫາວິທະຍາໄລແຫ່ງຊາດລາວ ມາຮໍ່າຮຽນ, ຄົ້ນຄວ້າຢູ່ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈິມິນ...

ກ່າວຄໍາເຫັນທີ່ພິທີ ທ່ານຮ.ສຈ, ປອ ຮວິ່ງແທ່ງດາດ ໃຫ້ຮູ້ວ່າ, ໃນຊຸມປີຜ່ານມາ, ການພົວພັນຮ່ວມມືລະຫວ່າງມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈິມິນ ແລະມະຫາວິທະຍາໄລແຫ່ງຊາດ ລາວ ໄດ້ມີການພັດທະນາຢ່າງຕັ້ງໜ້າ ແລະເປັນໜ້າສົ່ງເສີມ. ສອງຝ່າຍໄດ້ຈັດຕັ້ງການຢ້ຽມຢາມ ແລະເຮັດວຽກ, ການຮ່ວມມືຄົ້ນຄວ້າວິທະຍາສາດ, ແລກປ່ຽນນັກສຶກສາ ແລະຈັດຕັ້ງກອງປະຊຸມສໍາມະນາ.

ໃນບົດລາຍງານຂອງຕົນ, ທ່ານ ບົວລານ ສີຣິປັນຍາ ຢືນຢັນວ່າ ບັນດາເນື້ອໃນການຮ່ວມມື ເຊິ່ງສອງມະຫາວິທະຍາໄລຫາກໍ່ລົງນາມຈະປະກອບສ່ວນເຂົ້າໃນການເພີ່ມທະວີການຮ່ວມມື, ຊ່ວຍບໍາລຸງສ້າງພັດທະນາຊັບພະຍາກອນມະນຸດໃຫ້ຝ່າຍລາວ.

ກ່າວຄໍາເຫັນຊີ້ນໍາທີ່ພິທີ, ທ່ານ ຫງວຽນທ້ຽນເຍິນ ຢືນຢັນວ່າ, ບໍ່ພຽງແຕ່ມະຫາວິທະຍາໄລແຫ່ງຊາດເທົ່ານັ້ນ, ຫາກການນໍາ, ປະຊາຊົນນະຄອນ ໂຮ່ຈິມິນ ກໍ່ສະໜັບສະໜູນການຮ່ວມມືລະຫວ່າງສອງມະຫາວິທະຍາໄລອີກດ້ວຍ, ຫວັງວ່າປະສິດທິຜົນແຫ່ງການຮ່ວມມືລະຫວ່າງສອງມະຫາວິທະຍາໄລຈະໄດ້ຮັບການເພີ່ມທະວີໃນໄລຍະຈະມາເຖິງ, ຕາມທິດນັບມື້ນັບແທດຈິງກວ່າອີກ.

 

ແປໂດຍ: ກວຽດເຕິມ