ທ່ານ ເຈືອງຮວ່າບິ່ງ, ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ, ທ່ານ ຮວ່າງບິ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງໄດ້ເຂົ້າຮ່ວມ ແລະມອບບັນດານາມມະຍົດ, ລາງວັນໃຫ້ແກ່ບັນດາບຸກຄົນ, ໝູ່ຄະນະດີເດັ່ນ.

ກ່າວຄໍາເຫັນທີ່ພິທີ, ທ່ານ ເຈືອງຮວ່າບິ່ງ ເນັ້ນໜັກວ່າ: ໃນສະພາບການໂລກກໍາລັງກ້າວເຂົ້າສູ່ການປະຕິວັດອຸດສາຫະກໍາຄັ້ງທີ 4, ຫວຽດນາມ ພວມເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງ, ຢືນຢູ່ຕໍ່ໜ້າບັນດາກາລະໂອກາດທີ່ສະດວກ, ໃຫຍ່ຫຼວງ, ແຕ່ກໍ່ປະສົບກັບຄວາມຫຍຸງຍາກ, ສິ່ງທ້າທາຍບໍ່ແມ່ນໜ້ອຍ. ຍິ່ງກວ່າເວລາໃດໝົດ, ບົດບາດຂອງນັກຮຽນ, ນັກສຶກສາຍິ່ງໄດ້ຮັບການຢ້ັງຢືນຢ່າງຈະແຈ້ງໃນວິວັດການປະດິດສ້າງ, ປ່ຽນແປງໃໝ່ປະເທດຊາດແບບຍືນຍົງ. ປັດຈຸບັນ, ດ້ວຍບົດບາດແມ່ນກໍາລັງດີເດັ່ນໃນໄວໜຸ່ມ, ແມ່ນຊົນຊັ້ນຊາວໜຸ່ມມີລະດັບຄວາມຮູ້, ມີສຸຂະພາບແຂງແຮງ, ຈິດໃຈກ້າຄິດ, ກ້າທໍາ, ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ, ນັກສຶກສາຫວຽດນາມ ແມ່ນແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ແມ່ນກໍາລັງສືບທອດ ແລະເສີມຂະຫຍາຍແຫຼ່ງກໍາລັງພູມປັນຍາທີ່ອຸດົມສົມບູນຂອງປະເທດຊາດ, ນໍາໜ້າບັນດາຈຸດສູງວິທະຍາສາດ, ເຕັກໂນໂລຢີ, ກຳແໜ້ນພູມປັນຍາໃໝ່ຂອງມວນມະນຸດໃນວິວັດການສ້າງສາ, ປົກປັກຮັກສາປະເທດຊາດ.

leftcenterrightdel
ທ່ານ ເຈືອງຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ກ່າວຄໍາເຫັນທີ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ

ຂະບວນການ “ນັກສຶກສາ 5 ດີ” ແມ່ນການຂົນຂວາຍໃຫຍ່ໃນໝູ່ນັກສຶກສາທົ່ວປະເທດ; ແມ່ນຫຼັກຖານພະຍານໃຫ້ຄວາມມານະພະຍາຍາມຂອງນັກສຶກສາແຕ່ລະຄົນ ເພື່ອຝຶກຝົນຫຼໍ່ຫຼອມ, ປັບປຸງຕົນເອງຢູ່ໃນ 5 ຄາດໝາຍ “ຮໍ່າຮຽນດີ-ຄຸນສົມບັດດີ-ທັກສະດີ-ເຊື່ອມໂຍງດີ-ກໍາລັງກາຍດີ”...ປີນີ້, ມີນັກສຶກສາ 124 ຄົນໄດ້ຮັບນາມມະຍົດ “ນັກສຶກສາ 5 ດີ”;  13 ໝູ່ຄະນະນັກສຶກສາ ໄດ້ຮັບນາມມະຍົດ “ໝູ່ຄະນະນັກສຶກສາ 5 ດີ” ຂັ້ນສູນກາງ.

ລາງວັນ “ດາວເດືອນຈຽງ” ປີນີ້ໄດ້ມອບໃຫ້ນັກສຶກສາທີ່ມີຜົນງານດີເດັ່ນໃນການຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ, ປະຕິບັດງານ 138 ຄົນ.

ແປໂດຍ: ທູຈາງ