ຢູ່ນະຄອນ ໂຮ່ຈິມິນ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ສົມທົບກັບກະຊວງສຶກສາ ແລະບໍາລຸງສ້າງ, ກະຊວງການຕ່າງປະເທດຫວຽດນາມ ຈັດຕັ້ງການໂອ້ລົມສົນທະນາສົມທົບກັນໜູນຊ່ວຍການຮຽນ-ການສອນພາສາຫວຽດນາມ ໃນສະມາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.

leftcenterrightdel
            ບັນຍາກາດທີ່ການໂອ້ລົມສົນທະນາ. ພາບ: ສໍານັກຂ່າວສານຫວຽດນາມ

ການຮຽນ - ການສອນພາສາຫວຽດນາມ ໃນສະມາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນຄວາມຕ້ອງການອັນໃຫຍ່ຫຼວງ; ເຊິ່ງພັກ, ລັດຫວຽດນາມ ໄດ້ເອົາໃຈໃສ່, ສ້າງເງື່ອນໄຂ. ໃນໄລຍະຜ່ານມາ, ການເຄື່ອນໄຫວນີ້ມີການຈະເລີນເຕີບໂຕ ແລະແຜ່ຂະຫຍາຍ, ແຕ່ບົນພື້ນຖານຍັງປະສົບກັບຄວາມຫຍຸ້ງຍາກດ້ວຍຫຼາຍສາເຫດພາວະວິໄສ ແລະອັດຕະວິໄສທີ່ແຕກຕ່າງກັນ. ເພື່ອຕອບສະໜອງຄວາມຕ້ອງການຕົວຈິງ, ກະຊວງສຶກສາ ແລະບໍາລຸງສ້າງຈະຜັນຂະຫຍາຍການສ້າງລາຍການພາສາຫວຽດນາມ ຕາມຂອບກໍາລັງຄວາມສາມາດພາສາຫວຽດ 6 ຂັ້ນ; ຍົກລະດັບປະມວນປຶ້ມ “ພາສາຫວຽດນາມ ເພື່ອຄວາມເບີກບານມ່ວນຊື່ນ” ແລະ “ບ້ານເກີດເມືອງນອນ ຫວຽດນາມ”, ຮຽບຮຽງບາງຫຼັກສູດການສອນພາສາຫວຽດນາມ ໃຫ້ແກ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ; ສືບຕໍ່ຈັດຕັ້ງບໍາລຸງຄູອາຈານ, ນັກອາສາສະໝັກສອນພາສາຫວຽດນາມ; ສ້າງຖານຂໍ້ມູນເອເລັກໂຕນິກການຮຽນ - ການສອນພາສາຫວຽດນາມ ໃຫ້ແກ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ...

ແປໂດຍ: ຫງວຽນກຸກ