ບັນດາຄູອາຈານໄດ້ຮັບການຍ້ອງຍໍທີ່ພິທີດັ່ງກ່າວ ແມ່ນບັນດາແບບຢ່າງ ອັນໃສແຈ້ງກ່ຽວກັບຄວາມສຸດຈິດສຸດໃຈ, ຜ່ານຜ່າຄວາມຫຍຸ້ງຍາກ, ມີຫົວຄິດປະດິດສ້າງໃນວຽກງານການສິດສອນ ແລະປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ. ທີ່ພິທີ, ຜູ້ຕາງໜ້າກະຊວງສຶກສາ ແລະກໍ່ສ້າງ ແລະກໍາມະບານການສຶກສາຫວຽດນາມ ໄດ້ມອບຂອງຂວັນ ແລະໃບຍ້ອງຍໍໃຫ້ບັນດາຄູອາຈານດີເດັ່ນທີ່ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ພາລະກິດແຫ່ງການສຶກສາ ແລະກໍ່ສ້າງ.

leftcenterrightdel
leftcenterrightdel
ພິທີຍ້ອງຍໍບັນດາຄູອາຈານດີເດັ່ນປີ 2017. ພາບ : cand.com.vn

*ຕອນເຊົ້າວັນທີ 17 ພະຈິກ, ຄະນະພັກນະຄອນ, ຄະນະກໍາມະການປະຊາຊົນນະຄອນ ໂຮ່ຈິມິນ ໄດ້ຈັດຕັ້ງການພົບປະສັງສັນກັບພະນັກງານຄຸ້ມຄອງການສຶກສາ, ຄູອາຈານດີເດັ່ນໃນບໍລິເວນ 300 ກວ່າຄົນ. ທີ່ການພົບປະສັງສັນ, ການນໍານະຄອນຕີລາຄາສູງບັນດາການປະກອບສ່ວນຂອງຖັນແຖວຄູອາຈານ ແລະເຊື່ອໝັ້ນວ່າຖັນແຖວຄູອາຈານຈະສືບຕໍ່ຮ່ວມເດີນທາງພ້ອມກັບການພັດທະນາຂອງນະຄອນດ້ວຍຄວາມສຸດຈິດສຸດໃຈ ແລະຄວາມຮັບຜິດຊອບຂອງຕົນ.

*ວິທະຍາຄານປ້ອງກັນຊາດ ຫາກໍ່ຈັດຕັ້ງການພົບປະສັງສັນກັບຖັນແຖວຄູອາຈານ ເນື່ອງໃນໂອກາດສະເຫຼີມສະຫຼອງ 35 ປີແຫ່ງວັນຄູຫວຽດນາມ. ໃນຊຸມປີຜ່ານມາ, ວິທະຍາຄານໄດ້ຍົກສູງຈິດໃຈເປັນເຈົ້າການ, ມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ຕັ້ງໜ້າຄົ້ນຄວ້າ, ປ່ຽນແປງໃໝ່ຫຼັກສູດ, ເນື້ອໃນ, ວິທີການຝຶກແອບ. ປະຈຸບັນ, 100% ຄູອາຈານ, ພະນັກງານຄຸ້ມຄອງການສຶກສາ ແລະຄົ້ນຄວ້າວິທະຍາສາດຂອງວິທະຍາຄານແມ່ນມີລະດັບປະລິນຍາຕີ ແລະປະລິນຍາໂທ, ໃນນັ້ນ, ປະລິນຍາໂທແມ່ນກວ່າ 87%; ສາດສະດາຈານ 13 ຄົນ, ຮອງສາດສະດາຈານ 178 ຄົນ, ຄູອາຈານປະຊາຊົນ 2 ຄົນ ແລະຄູອາຈານດີເດັ່ນ 23 ຄົນ.

* ວັນທີ 17 ພະຈິກ, ວິທະຍາຄານທະຫານບົກ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຄູຫວຽດນາມ. ໃນຊຸມປີຜ່ານມາ, ຄະນະພັກ, ຄະນະອໍານວຍການວິທະຍາຄານຍາມໃດກໍ່ຖືເປັນສໍາຄັນ, ເອົາໃຈໃສ່ບໍາລຸງ, ກໍ່ສ້າງຖັນແຖວຄູອາຈານໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີວິຊາສະເພາະທີ່ດີ. ປະຈຸບັນ, 100% ຄູອາຈານຂອງວິທະຍາຄານແມ່ນມີລະດັບປະລິນຍາຕີຂຶ້ນໄປ, ໃນນັ້ນ, ປະລິນຍາໂທແມ່ນ 75,6%, ຄູອາຈານດີເດັ່ນ 2 ຄົນ, ສາດສະດາຈານ 1 ຄົນ, ປະລິນຍາເອກ 72 ຄົນ.

 

ແປໂດຍ: ທູຈາງ