ກ່າວຄໍາເຫັນທີ່ການພົບປະສັງສັນ, ທ່ານ ຟຸງຊວນຍ້າ ລັດຖະມົນຕີກະຊວງສຶກສາ ແລະບໍາລຸງສ້າງ ຫວຽດນາມ ໄດ້ຮັບຮູ້ ແລະຊົມເຊີຍການປະກອບສ່ວນຫຼາຍຢ່າງຂອງບັນດານັກຮົບທະຫານຊາຍແດນສໍາລັບພາລະກິດການສຶກສາ ແລະບໍາລຸງສ້າງ. ທ່ານລັດຖະມົນຕີ ກໍ່ແບ່ງປັນວ່າ: ພາລະກິດສຶກສາ ແລະບໍາລຸງສ້າງຂອງປະເທດເຮົາແມ່ນສະຫງ່າອົງອາດທີ່ສຸດແຕ່ກໍ່ໜັກໜ່ວງທີ່ສຸດ, ພິເສດແມ່ນສໍາລັບບັນດາເຂດຢູ່ຫ່າງໄກສອກຫຼີກ, ເຂດຊາຍແດນ, ເກາະທະເລ.

leftcenterrightdel
ທ່ານ ຟຸງຊວນຍ້າ ລັດຖະມົນຕີກະຊວງສຶກສາ ແລະບໍາລຸງສ້າງຫວຽດນາມ ມອບໃບຍ້ອງຍໍໃຫ້ ພະນັກງານ, ນັກຮົບ, ທະຫານຊາຍແດນທີ່ມີການປະກອບສ່ວນຫຼາຍຢ່າງໃຫ້ພາລະກິດການສຶກສາ. ພາບ: TTXVN

ໃນໄລຍະຜ່ານມາ, ກະຊວງສຶກສາ ແລະບໍາລຸງສ້າງ ໄດ້ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຫຼຸດຜ່ອນຄວາມຫຍຸ້ງຍາກຢູ່ບັນດາເຂດທຸກຍາກ, ຍູ້ແຮງວຽກງານລົບລ້າງໄພກືກໜັງສື ແລະຮັກສາໝາກຜົນການສຶກສາປະຖົມພາກບັງຄັບ.

 ທ່ານລັດຖະມົນຕີ ຟຸງຊວນຍ້າ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ກະຊວງສຶກສາ ແລະບໍາລຸງສ້າງຈະສົມທົບກັບກອງບັນຊາການທະຫານຊາຍແດນຄົ້ນຄວ້າ, ພິຈະລະນາເພື່ອສະເໜີບັນດານະໂຍບາຍໜູນຊ່ວຍຢ່າງເໝາະສົມເພື່ອແນໃສ່ຮັບຮູ້ບັນດາການປະກອບສ່ວນຂອງບັນດາຄູອາຈານທີ່ແມ່ນທະຫານຊາຍແດນ.

 ເນື່ອງໃນໂອກາດນີ້, ທ່ານ ຟຸງຊວນຍ້າ ໄດ້ມອບໃບຍ້ອງຍໍໃຫ້ແກ່ພະນັກງານ, ນັກຮົບທະຫານຊາຍແດນ 60 ຄົນທີ່ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ພາລະກິດການສຶກສາ ແລະບໍາລຸງສ້າງໃນໄລຍະຜ່ານມາ; ພ້ອມທັງມອບຂອງຂວັນໃຫ້ແກ່ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ 30 ຄົນ.

leftcenterrightdel
ທ່ານ ຟຸງຊວນຍ້າ ລັດຖະມົນຕີກະຊວງສຶກສາ ແລະບໍາລຸງສ້າງຫວຽດນາມ ມອບຂອງຂວັນໃຫ້ ບັນດານັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ພາບ: TTXVN

ລາຍການ “ແບ່ງປັນພ້ອມກັບຄູອາຈານ” ປີ 2017 ໄດ້ຄັດເລືອກຍ້ອງຍໍພະນັກງານ, ນັກຮົບທະຫານຊາຍແດນທີ່ດີເດັ່ນ 60 ຄົນໄດ້ເຂົ້າຮ່ວມວຽກງານການຮຽນ - ການສອນ, ລົບລ້າງໄພກືກໜັງສືໃຫ້ແກ່ນັກຮຽນຢູ່ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ເກາະທະເລຂອງປະເທດຊາດ ຫຼືມີການປະກອບສ່ວນຫຼາຍຢ່າງໃນການຂົນຂວາຍແຫຼ່ງກໍາລັງຊ່ວຍເຫຼືອພວກນ້ອງນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກໄດ້ໄປໂຮງຮຽນ.

 

 ແປໂດຍ: ຫງວຽນກຸກ