ເຂົ້າຮ່ວມງານພົບປະສັງສັນ “ແບ່ງປັນພ້ອມກັບຄູອາຈານ” ມີພະນັກງານ, ນັກຮົບທະຫານຊາຍແດນທີ່ດີເດັ່ນໃນລາຍການ “ທະຫານຊາຍແດນຊ່ວຍນ້ອງໄປໂຮງຮຽນ”  60 ຄົນ ແລະນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກທີ່ໄດ້ຮັບການຊ່ວຍເຫຼືອຈາກທະຫານຊາຍແດນ.

ໂດຍໄດ້ຜັນຂະຫຍາຍນັບແຕ່ປີ 2014, ຜ່ານ 4 ສົກຮຽນ, ລາຍການ “ທະຫານຊາຍແດນຊ່ວຍນ້ອງໄປໂຮງຮຽນ” ໄດ້ຊ່ວຍເຫຼືອໃຫ້ພວກນ້ອງນ້ອຍຢູ່ບັນດາບໍລິເວນທີ່ປະສົບກັບຄວາມຫຍຸ້ງຍາກ, ຄອບຄົວນະໂຍບາຍ, ເດັກກຳພ້າ 9000 ຄົນ... ໃນນັ້ນມີນັກຮຽນລາວ ແລະນັກຮຽນກໍາປູເຈຍ ປະມານ 180 ຄົນ.

leftcenterrightdel
ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ມອບຂອງຂວັນໃຫ້ແກ່ນັກຮຽນຊົນເຜົ່າສ່ວນນ້ອຍ. ພາບ: ຖຸຍຫງວຽນ

ໝາກຜົນຂອງລາຍການຍັງປະກອບສ່ວນຍົກສູງສະຕິຄວາມຮູ້ຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ເຂດຊາຍແດນສໍາລັບການຮໍ່າຮຽນຂອງລູກຫຼານຂອງຕົນ; ເພີ່ມທະວີສາຍພົວພັນສາມັກຄີສະໜິດຕິດພັນລະຫວ່າງພະນັກງານ, ນັກຮົບທະຫານຊາຍແດນກັບຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນຢູ່ບໍລິເວນ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພັກ, ລັດ ແລະກອງທັບ.

ພາຍຫຼັງຮັບຟັງບົດລາຍງານຂອງກອງບັນຊາການທະຫານຊາຍແດນ, ຄໍາຄິດເຫັນຂອງບັນດາຜູ້ແທນ, ບັນດານັກຮຽນເຂົ້າຮ່ວມລາຍການ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຂໍຝາກຄໍາຢື້ຢາມຖາມຂ່າວອັນອົບອຸ່ນ, ນໍ້າໃຈອັນສະໜິດສະໜົມ ແລະຄໍາອວຍພອນອັນດີງາມທີ່ສຸດເຖິງພະນັກງານ, ນັກຮົບ ແລະພວກນ້ອງນ້ອຍນັກຮຽນ ແລະຝາກຄໍາຢື້ຢາມຖາມຂ່າວອັນອົບອຸ່ນ ແລະການແບ່ງປັນຢ່າງເລິກເຊິ່ງເຖິງບັນດາຄູອາຈານ, ບັນດານັກຮຽນ ແລະປະຊາຊົນຢູ່ເຂດຖືກຜົນສະທ້ອນຈາກພະຍຸ, ນໍ້າຖ້ວມຫວ່າງແລ້ວນີ້.

ເນື່ອງໃນໂອກາດມຸ່ງໄປເຖິງການສະເຫຼີມສະຫຼອງ 35 ປີແຫ່ງວັນຄູຫວຽດນາມ (20-11-1982/ 20-11-2017), ທ່ານປະທານປະເທດ ເຈີ່ນດ້າຍກວາງ ຂໍຝາກເຖິງບັນດາຄູອາຈານ, ບັນດາຜູ້ເຮັດວຽກງານການສຶກສາໃນທົ່ວປະເທດຄໍາອວຍພອນສຸຂະພາບ, ຄວາມຜາສຸກ, ສືບຕໍ່ເສີມຂະຫຍາຍ ແລະສໍາເລັດບົດບາດເປັນ “ນັກວິສາວະກອນຈິດວິນຍານ” ໃນພາລະກິດ “ສ້າງຄົນ” ເປັນຢ່າງດີ.

leftcenterrightdel
ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ພົບປະສັງສັນກັບຄະນະຜູ້ແທນພະນັກງານ, ນັກຮົບທະຫານຊາຍແດນ ແລະນັກຮຽນເຂົ້າຮ່ວມລາຍການ “ແບ່ງປັນພ້ອມກັບຄູອາຈານ” ປີ 2017. ພາບ: ຖຸຍຫງວຽນ

ທ່ານປະທານປະເທດ ເຈີ່ນດ້າຍກວາງ ຊົມເຊີຍ, ຕີລາຄາສູງສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ແລະສະຫະພັນຊາວໜຸ່ມຫວຽດນາມ ປີ 2007 ໄດ້ສົມທົບກັບບັນດາກົມກອງ, ອົງການຈັດຕັ້ງ, ທ້ອງຖິ່ນຈັດຕັ້ງລາຍການຍ້ອງຍໍຊົມເຊີຍພະນັກງານ, ນັກຮົບທະຫານຊາຍແດນ 60 ຄົນທີ່ມາຈາກ 44 ແຂວງ, ນະຄອນໃນທົ່ວປະເທດເຂົ້າຮ່ວມ ຫຼື ເຄີຍເຂົ້າຮ່ວມວຽກງານສິດສອນ, ລົບລ້າງໄພກືກໜັງສືໃຫ້ແກ່ນັກຮຽນຢູ່ເຂດຫ່າງໄກສອກຫຼີກ, ໝູ່ເກາະທະເລຂອງປະເທດຊາດ.

 ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢັ້ງຢືນວ່າ, ພັກ, ລັດຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ພິເສດເຖິງວຽກງານສຶກສາ, ກໍ່ສ້າງ ແລະເບິ່ງແຍງດູແລໃຫ້ຮຸ່ນໜຸ່ມ. ບັນດາຄະນະພັກ, ອໍານາດການປົກຄອງ, ບັນດາຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ, ຜູ້ເປັນພໍ່ເປັນແມ່, ຄູອາຈານສືບຕໍ່ເຊີດຊູຈິດໃຈຮັບຜິດຊອບ, ສົມທົບກັນເບິ່ງແຍງດູແລວຽກງານສຶກສາ, ກໍ່ສ້າງກວ່າອີກ; ພິເສດແມ່ນເບິ່ງແຍງດູແລຮຸ່ນໜຸ່ມຢູ່ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ໝູ່ເກາະທະເລ... ທີ່ພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.

 ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ແລະສະຫະພັນຊາວໜຸ່ມຫວຽດນາມ ສົມທົບກັບບັນດາກະ ຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນສືບຕໍ່ເອົາໃຈໃສ່, ໜູນຊ່ວຍຄູອາຈານ ແລະນັກຮຽນຢູ່ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ໝູ່ເກາະທະເລ; ຜັນຂະຫຍາຍບັນດາການເຄື່ອນໄຫວຢ່າງລະອຽດ, ແທດຈິງ, ເສີມຂະຫຍາຍພູມປັນຍາ, ກໍາລັງແຮງຂອງໄວໜຸ່ມໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.

ແປໂດຍ: ຫງວຽນກຸກ