ລາຍການລວມມີບັນດາການເຄື່ອນໄຫວທີ່ເປັນເອກະລັກສະເພາະຄື: ງານວາງສະແດງປື້ມດ້ວຍຫົວຂໍ້ “ຄວາມຊົງຈໍາກ່ຽວກັບປະເທດ ລັດເຊຍ” ດ້ວຍປື້ມທີ່ພົ້ນເດັ່ນກ່ຽວກັບປັດຊະຍາມາກ – ເລນິນ, ປື້ມສໍາລັບເຍົາວະຊົນ, ປື້ມວິຈິດສິນ - ສິລະປະ, ປື້ມວິທະຍາສາດ - ເຕັກນິກ, ປື້ມວັນນະຄະດີເກືອບ 200 ຫົວ...; ສະແດງການອ່ານບົດປະພັນ “ທ່ານໝໍ Ai-bo-lit”; ການໂອ້ລົມສົນທະນາດ້ວຍຫົວຂໍ້ “ແປປື້ມວັນນະຄະດີ ລັດເຊຍ - ມື້ວານ ແລະມື້ນີ້” ດ້ວຍບັນດານາຍແປພາສາ ເຈິ່ນຕ໊ຽນກາວດັງ, ຟ້າມງອັກແທັກ; ແນະນໍາສື່ສິ່ງພິມ “100 ບົດເພງ ກ່ຽວກັບປະເທດ ລັດເຊຍ” ຂອງນັກດົນຕີ ເທ໋ຮຽ໊ນ... ພ້ອມກັບບັນດາລາຍການເປີດຕົວປື້ມຂອງໂຮງພິມຈໍາໜ່າຍສັງລວມ, ໂຮງພິມຈໍາໜ່າຍໜຸ່ມ.

leftcenterrightdel
ນັກສຶກສາມາຢ້ຽມຊົມວາງສະແດງປື້ມລັດເຊຍຢູ່ຖະໜົນປື້ມນະຄອນ ໂຮ່ຈິມິນ ເປັນຈຳນວນຫຼວງຫຼາຍ. ພາບ: ຮຸ່ງຄວາ

ນອກຈາກນັ້ນ, ບັນດາຮ້ານວາງສະແດງຢູ່ຖະໜົນປື້ມລ້ວນແຕ່ຈັດຕັ້ງວາງສະແດງບັນດາບົດປະພັນທີ່ແປຈາກພາສາລັດເຊຍ, ຈໍາໜ່າຍບັດຊື້ປື້ມຫຼຸດລາຄາໃຫ້ແກ່ຄູອາຈານ ແລະບັນດານັກຮຽນໂຮງຮຽນປະຖົມສຶກສາ, ໂຮງຮຽນມັດທະຍົມຕອນຕົ້ນ.

ພາຍຫຼັງພິທີໄຂ, ໄດ້ດໍາເນີນການໂອ້ລົມສົນທະນາກ່ຽວກັບ 100 ປີແຫ່ງວັນການປະຕິວັດເດືອນຕຸລາ ລັດເຊຍ ຈາກບົດປະພັນ 3 ບົດ “ສິບວັນໂລກສັ່ນສະເທືອນ”,  “ປຽບເໝືອນດວງຕາເວັນສ່ອງແສງສະຫວ່າງໄປທົ່ວຫ້າທະວີບ” ແລະ “100 ປີແຫ່ງວັນການປະຕິວັດເດືອນຕຸລາ ລັດເຊຍ ແລະລັດທິສັງຄົມນິຍົມ” ດ້ວຍບັນດານັກປາຖະກະຖາ: ທ່ານນາງ ຮສຈ, ປອ ຮ່າມີງຮົ່ງ, ທ່ານນາງ ຮ.ສຈ, ປອ ໂງມີງແອວງ...

ສັບປະດາປື້ມຂຽນກ່ຽວກັບປະເທດ ລັດເຊຍ ຢູ່ນະຄອນ ໂຮ່ຈິມິນ ຈະດໍາເນີນຮອດວັນທີ 8 ພະຈິກ.

 

ແປໂດຍ: ເຈີ່ນຮວ່ຽນ