ວັນທີ 27 ຕຸລາ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ສະຫະພັນບັນດາສະມາຄົມວິທະຍາສາດ ແລະເຕັກນິກຫວຽດນາມ ໄດ້ຈັດຕັ້ງພິທີເຊີດຊູ 53 ປັນຍາຊົນວິທະຍາສາດ ແລະເຕັກໂນໂລຊີ, ຕາງໜ້າໃຫ້ 53/79  ສະມາຄົມ, ຂະແໜງການໃນທົ່ວປະເທດ, ເຊິ່ງແມ່ນບັນດານັກວິທະຍາສາດ ແລະເຕັກໂນໂລຊີດີເດັ່ນທີ່ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ວຽກງານຂົນຂວາຍ, ສາມັກຄີ ແລະເຕົ້າໂຮມຖັນແຖວປັນຍາຊົນປີ 2017, ໃນນັ້ນມີ 5 ປັນຍາຊົນມີຜົນງານດີເດັ່ນຫຼາຍຢ່າງໄດ້ຮັບໃບຍ້ອງຍໍຈາກນາຍົກລັດຖະມົນຕີ.

leftcenterrightdel
ບັນດາສະຫາຍການນໍາພັກ, ລັດຖ່າຍຮູບຮ່ວມກັບບັນດາປັນຍາຊົນດີເດັ່ນ 2017. ພາບ: TTXVN

ເຂົ້າຮ່ວມພິທີມີທ່ານ ຫວໍ໊ວັນເຖືອງ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ; ທ່ານ ເຈິ່ນແທງເມີນ, ກໍາມະການສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ; ທ່ານ ຫວູດຶກດາມ, ກໍາມະການສູນກາງພັກ, ຮອງນາ ຍົກລັດຖະມົນຕີ, ພ້ອມກັບຜູ້ຕາງໜ້າບັນດາກະຊວງ, ຂະແໜງການສູນກາງ.

ກ່າວຄຳເຫັນທີ່ພິທີ,     ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ: ພິທີເຊີດຊູແມ່ນເຫດການມີຄວາມໝາຍໃຫຍ່ທີ່ສຸດ. ພິເສດ, ໃນໄລຍະໂລກາພິວັດ ແລະການປະຕິວັດອຸດສາຫະກໍາ 4.0, ເລື່ອງຈັດຕັ້ງການເຊີດຊູປັນຍາຊົນວິທະຍາສາດ ແລະເຕັກໂນໂລຊີ ແມ່ນເພື່ອແນໃສ່ສ້າງກຳລັງໜູນສົ່ງເສີມຂະບວນການແຂ່ງຂັນປ່ຽນໃໝ່ຫົວຄິດປະດິດສ້າງ, ດັດແປງເຕັກນິກໃນວົງການປັນຍາຊົນ, ໃນປະຊາຄົມ ແລະສັງຄົມ. ໃນນັ້ນ,  1,5 ລ້ານປັນຍາຊົນແມ່ນສະມາຊິກຂອງສະຫະພັນບັນດາສະມາຄົມວິທະຍາສາດ ແລະເຕັກນິກຫວຽດນາມ ທີ່ເປັນຫຼັກແຫຼ່ງ, ສືບທອດບັນດາຄຸນນະທາດຈົບງາມ, ສູງສົ່ງຂອງບັນດານັກປັນຍາຊົນທີ່ເປັນລຸ້ນອ້າຍ, ສືບຕໍ່ການຄົ້ນຄວ້າ, ປ່ຽນໃໝ່ຫົວຄິດປະດິດສ້າງ ເພື່ອປະກອບສ່ວນຫຼາຍກວ່າອີກໃຫ້ແກ່ວິວັດທະນາການຫັນປະເທດຊາດເປັນອຸດສາຫະກຳ ແລະທັນສະໄໝ.

ໃນຈຳນວນ 53 ປັນຍາຊົນດີເດັ່ນທີ່ໄດ້ຮັບການເຊີດຊູໃນຄັ້ງນີ້,  46 ຄົນແມ່ນມີລະດັບການສຶກສາແຕ່ຮອງສາດສະດາຈານ, ປະລິນຍາເອກ ແລະທຽບເທົ່າຂຶ້ນໄປ. ບັນດາປັນຍາຊົນວິທະຍາສາດ ແລະເຕັກໂນໂລຊີຊີດີເດັ່ນໄດ້ຮັບການຄັດເລືອກລ້ວນແຕ່ມີຜົນງານ, ຄຸນງາມຄວາມດີປະກອບສ່ວນເປັນຢ່າງດີໃນວຽກງານຂົນຂວາຍປັນຍາຊົນ ແລະວຽກງານຄົ້ນຄວ້າວິທະຍາສາດ, ໃຫ້ຄຳປຶກສາຕີລາຄາຄຸນນະພາບ, ເຜີຍແຜ່ຄວາມຮູ້ແມ່ນໄດ້ຮັບບັນດານາມ ມະຍົດແຂ່ງຂັນ, ຍ້ອງຍໍ ແລະລາງວັນເຊີດຊູຈາກລັດ, ບັນດາກະຊວງ, ຂະແໜງການ, ສະຫະພັນບັນດາສະມາຄົມວິທະຍາສາດ ແລະເຕັກນິກ ຫວຽດນາມ.

 

ແປໂດຍ: ເຈິ່ນຮວ່ຽນ