ຝຶກອົບຮົມວິຊາການປະຫວັດສາດການທະຫານໃຫ້ຄະນະພະນັກງານ ກໍາປູເຈຍ
ກປ.ອອນໄລ - ຕອນເຊົ້າວັນທີ 26 ກັນຍາ, ທີ່ນະຄອນ ໂຮ່ຈີມິນ, ສະຖາບັນປະຫວັດສາດການທະຫານ ຫວຽດນາມ ໄດ້ຈັດຕັ້ງພິທີໄຂຊຸດຝຶກອົບຮົມວິຊາການປະຫວັດສາດການທະຫານໃຫ້ແກ່ພະນັກງານກອງທັບ ລາດຊະວົງກໍາປູເຈຍ 25 ຄົນ.
ບັນດານັກສໍາມະນາກອນທີ່ພິທີໄຂຊຸດຝຶກອົບຮົມ. ພາບ: ມີງຫງວຽນ
ຊຸດຝຶກອົບຮົມໃນຄັ້ງນີ້ເພື່ອແນໃສ່ບໍາລຸງ, ຍົກສູງຄວາມຮູ້ພື້ນຖານ, ວິທີການ ແລະບົດຮຽນໃນການຄົ້ນຄວ້າປະຫວັດສາດການທະຫານ, ສະຫຼຸບສົງຄາມ, ວຽກງານຄຸ້ມຄອງວິທະຍາສາດປະຫວັດສາດການທະຫານໃຫ້ແກ່ຖັນແຖວພະນັກງານທີ່ເຮັດວຽກງານຄຸ້ມຄອງ, ຄົ້ນຄວ້າປະຫວັດສາດການທະຫານຂອງກອງທັບ ລາດຊະວົງກໍາປູເຈຍ ໂດຍກົງ.
ນີ້ແມ່ນບັນດາເນື້ອໃນທີ່ເປັນພື້ນຖານເພື່ອໃຫ້ບັນດານັກສໍາມະນາກອນກັບເມືອປະເທດຈະໝູນໃຊ້ເຂົ້າໃນການປະຕິບັດວຽກງານຄົ້ນຄວ້າວິທະຍາສາດສະເພາະຂະແໜງປະຫວັດສາດການທະຫານຢູ່ອົງການ, ກົມກອງ, ທ້ອງຖິ່ນທີ່ຕົນປະຕິບັດງານ. ໃນຊຸດຝຶກອົບຮົມເປັນເວລາໜຶ່ງເດືອນ, ບັນດານັກສໍາມະນາກອນຈະໄດ້ແນະນໍາ, ຄົ້ນຄວ້າ 16 ຫົວເລື່ອງສະເພາະ ແລະບາງຫົວເລື່ອງໜູນຊ່ວຍ.
ແປໂດຍ: ຫງວຽນກຸກ