leftcenterrightdel
ປະຊາຊົນຢ້ຽມຊົມງານວາງສະແດງຢູ່ຖະໜົນປື້ມນະຄອນໂຮ່ຈິມິນ. ພາບ: ຮຸ່ງຄວາ.

ງານວາງສະແດງໄດ້ແນະນໍາຮູບພາບ, ເອກະສານອັນລໍ້າຄ່າ ເກືອບ 200 ຢ່າງ ກ່ຽວກັບການຢ້ຽມຢາມສັນຖະວະໄມຕີ ສ.ຝະລັ່ງ ແຕ່ວັນທີ 16 ເມສາ ຮອດວັນທີ 23 ພຶດສະພາ 1946. ການເຄື່ອນໄຫວດັ່ງກ່າວໄດ້ສະແດງໃຫ້ເຫັນເຈດຈໍານົງຢ່າງແຮງ, ຄວາມໃຝ່ຝັນສັນຕິພາບຂອງຊາດ, ຂອງພັກ ແລະລັດຖະບານຫວຽດນາມ, ມີຄວາມໝາຍອັນໃຫຍ່ຫຼວງສໍາລັບຂະບວນການສັນຕິພາບໃນໂລກ, ໄດ້ຮັບຄວາມຍິນດີຕ້ອນຮັບ ແລະການສະໜັບສະໜູນຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ປະຊາຊົນຜູ້ຮັກຫອມສັນຕິພາບຂອງຝະລັ່ງ ແລະເພື່ອນມິດໃນທົ່ວໂລກເປັນຈໍານວນຫຼວງຫຼາຍ. ງານວາງສະແດງໄດ້ດໍາເນີດຮອດວັນທີ 24 ມີນາ.

ໂດຍ: ບົວພອນ