leftcenterrightdel
ຜູ້ຕາງໜ້າສະຖານທູດຫວຽດນາມ ປະຈໍາອານເຊຣີ ແນະນໍາອາຫານການກິນຫວຽດນາມ ໃຫ້ບັນດາຜູ້ແທນ. ພາບ: ສໍານັກຂ່າວສານຫວຽດນາມ.

ຮ້ານວາງສະແດງຂາຍອາຫານການກິນຫວຽດນາມ ມີແຂກມາຢ້ຽມຊົມ ແລະຊີມອາຫານຢ່າງຫຼວງຫຼາຍຍ້ອນຄວາມດຶງດູດຈາກບັນດາເຍື່ອງອາຫານພື້ນເມືອງ, ຄື: ແນມຈືນ, ເຝີ, ບັນກວນ, ເຂົ້າປຸ້ນຊີ້ນງົວພາກໃຕ້ ແລະບັນດາຜະລິດຕະພັນສິລະປະຫັດຖະກໍາພື້ນເມືອງປະເພດຕ່າງໆ. ພິເສດ, ລາຍການຍັງສະແດງການເຊີດສິງໂຕ ແລະມວຍພື້ນເມືອງຫວຽດນາມ ໂດຍບັນດານັກມວຍຄົນອານເຊຣີ ຂອງສະມາຄົມມວຍເຊີນລອງກວ່ຽນທ້ວດຢູ່ນະຄອນຫຼວງອານເຊຣີ ສະແດງໄດ້ຮັບຄວາມຊົມເຊີຍຈາກຜູ້ຊົມເປັນຈຳນວນຫຼວງຫຼາຍ.

ໂດຍ: ຄໍາແພງ