ເຂົ້າຮ່ວມພິທີໄຂມີທ່ານ ຫວູດຶກດາມ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີຫວຽດນາມ; ຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການ ແລະປະຊາຊົນ, ນັກທ່ອງທ່ຽວ ເປັນຈຳນວນຫຼວງຫຼາຍ.

leftcenterrightdel
ການຟ້ອນລຳໃນພິທີໄຂງານບຸນດອກບານປີ 2019. ພາບ: ຫງວຽນຮ່ຽນ.

ໃນຫຼາຍປີຜ່ານມາ, ງານບຸນດອກບານດ້ຽນບຽນ ໄດ້ກາຍເປັນເຄື່ອງໝາຍການຄ້າດ້ານການທ່ອງທ່ຽວຂອງແຂວງ, ໄດ້ຮັບຄວາມຮູ້ຈັກຈາກນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດເປັນຈຳນວນຫຼວງຫຼາຍ. ປີນີ້, ເພື່ອສະເຫຼີມສະຫຼອງ 65 ປີແຫ່ງວັນໄຊຊະນະດ້ຽນບຽນຝູ, 110 ປີແຫ່ງວັນສ້າງຕັ້ງແຂວງ, ແຂວງດ້ຽນບຽນ ໄດ້ຈັດຕັ້ງງານບຸນດອກບານດ້ວຍຂອບຂະໜາດໃຫຍ່ກວ່າຊຸມປີກ່ອນ, ແຕ່ວັນທີ 13 ຫາວັນທີ 18 ມີນາ, ດ້ວຍການເຄື່ອນໄຫວວັດທະນະທໍາ, ສິລະປະ, ຍິງບັ້ງໄຟດອກ, ງານປະກວດນາງງາມດອກບານ, ກິລາກາຍຍະກໍາ ແລະການທ່ອງທ່ຽວທີ່ອຸດົມສົມບູນ, ມີຄຸນຄ່າປະຫວັດສາດ, ວັດທະນະທໍາທີ່ເປັນເອກະລັກສະເພາະຂອງ 19 ຊົນເຜົ່າໃນແຂວງ.

ໂດຍ: ຄໍາແພງ