leftcenterrightdel
ຟິມຮູບເງົາເລື່ອງ “ດໍາລົງຊີວິດໄປພ້ອມກັບປະຫວັດສາດ”. ພາບ: thegioidienanh.vn.

ສະມາຄົມຮູບເງົາຫວຽດນາມ ໄດ້ຈັດຕັ້ງການເດີນທາງກັບຄືນສູ່ກົກເຄົ້າເຫງົ້າກໍ, ໄປຢ້ຽມຢາມເຂດປູຊະນີຍະສະຖານຮູບເງົາໂດ່ຍເກາະ ຢູ່ຕາແສງດ່ຽມມັກ, ເມືອງດີ້ງຮວ໊າ, ແຂວງຖ໋າຍງວຽນ ດ້ວຍການເຂົ້າຮ່ວມຂອງບັນດານັກສິລະປິນ. ນະທີ່ນີ້, ຟິມຮູບເງົາເລື່ອງ “ດໍາລົງຊີວິດໄປພ້ອມກັບປະຫວັດສາດ” ຈະໄດ້ຮັບການສະເໜີ, ຄະນະສ້າງຟິມຮູບເງົາເລື່ອງດັ່ງກ່າວຈະໄດ້ພົບປະແລກປ່ຽນກັບຜູ້ຊົມທ້ອງຖິ່ນ; ສາຍຮູບເງົາເລື່ອງສັ້ນແມ່ນເພື່ອເຊີດຊູອະດີດນັກສິລະປິນປະຊາຊົນ, ຜູ້ກຳກັບການສະແດງ ຟ້າມຂັກ ແລະນັກຖ່າຍທໍາ ຫງວຽນເຖ໋ດວ່ານ. ກອງປະຊຸມສະຫຼຸບການເຄື່ອນໄຫວປະດິດແຕ່ງຮູບເງົາປີ 2018 ຈະໄດ້ດໍາເນີນຢູ່ນະຄອນ ໂຮ່ຈິມິນ ໃນວັນທີ 9 ເມສາ ຈະມາເຖິງ...

ໂດຍ: ບົວພອນ