ຕາມແຜນການແລ້ວ, Festival ຈະໄດ້ຈັດຕັ້ງແຕ່ວັນທີ 10 ຫາວັນທີ 13 ພຶດສະພາ ດ້ວຍເກືອບ 50 ກິດຈະກຳວັດທະນະທຳ, ກິລາ, ກອງປະຊຸມສໍາມະນາວິທະຍາສາດ, ການຄ້າ... ໃນນັ້ນ, ມີບັນດາການເຄື່ອນໄຫວທີ່ເປັນເອກະລັກສະເພາະ ຄື: ຮ້ອງບ່າຍຈ່ອຍ, ການແຂ່ງຂັນໝາກຮຸກຄົນ, ການແຂ່ງຂັນລອຍເຮືອກະຈາດ-ຂະເຍົ່າເຮືອກະຈາດ, ການແຂ່ງຂັນແຕ້ມພາບເຍົາວະຊົນ “ແຄ໊ງຮ່ວາໃນສາຍຕານ້ອງ”.

leftcenterrightdel
ພາບປະກອບຄັດຈາກ: daidoanket.vn.

Festival ທະເລຍາຈາງ-ແຄ໊ງຮ່ວາ ໄດ້ຈັດຕັ້ງຄັ້ງທໍາອິດໃນປີ 2003 ແລະທ້ອງຖິ່ນໄດ້ຈັດຕັ້ງເປັນປະຈໍາສອງປີເທື່ອໜຶ່ງ. ຜ່ານນັ້ນ, ປະກອບສ່ວນດຶງດູດນັກທ່ອງທ່ຽວ ແລະຊຸກຍູ້ຂະແໜງທ່ອງທ່ຽວແຂວງແຄ໊ງຮ່ວາ ພັດທະນາ.

ໂດຍ: ຄໍາແພງ