ນອກການເຄື່ອນໄຫວເຂົ້າຮ່ວມງານຕະຫຼາດນັດ ITB Berlin 2019 ຢູ່ ເຢຍລະມັນ, ກົມໃຫຍ່ທ່ອງທ່ຽວຫວຽດນາມ ໄດ້ສົມທົບກັບ Vietnam Airlines, ພະແນກທ່ອງທ່ຽວນະຄອນໂຮ່ຈີມິນ ແລະບໍລິສັດ Go Indochine ຈັດຕັ້ງລາຍການແນະນໍາການທ່ອງທ່ຽວຫວຽດນາມ ຢູ່ ເຢຍລະມັນ.

leftcenterrightdel
ບັນຍາກາດງານຕະຫຼາດນັດ ITB Berlin 2019. ພາບ: ແຮ້ງຫຍຸງ.

ການທ່ອງທ່ຽວຫວຽດນາມ ຕັ້ງຄວາມຫວັງໄວ້ວ່ານີ້ແມ່ນກາລະໂອກາດ ເພື່ອແນະນຳພູມລຳເນົາ, ຊາວຫວຽດນາມເຖິງເພື່ອນມິດສາກົນ. ຫຼາຍການເຄື່ອນໄຫວໄດ້ສະແດງຢູ່ຮ້ານວາງສະແດງ ເພື່ອແນໃສ່ດຶງດູດຄວາມສົນໃຈຈາກມະຫາຊົນ ຄື: ແຕ້ມກຸບ, ປັ້ນຕໍ່ແຮ, ແນະນຳແຂກຫຼິ້ນເຄື່ອງດົນຕີພື້ນເມືອງຊະນິດຕ່າງໆຂອງຫວຽດນາມ.

ໂດຍ: ແສງເດືອນ