ຜ່ານຊຸດເສື້ອຍາວຫວຽດນາມ ແລະດອກໄມ້ເຮັດດ້ວຍຜ້າແພປະເພນີຍີ່ປຸ່ນ Tsumami, ຜູ້ຊົມຈະມີຄວາມເຂົ້າໃຈກວ່າກ່ຽວກັບວັດທະນະທໍາທີ່ເປັນເອກະລັກສະເພາະຂອງສອງປະເທດ; ນີ້ຍັງແມ່ນໂອກາດເພື່ອປະກອບສ່ວນຮັດແໜ້ນສາຍພົວພັນ, ນໍ້າໃຈສາມັກຄີມິດຕະພາບລະຫວ່າງຫວຽດນາມ ແລະຍີ່ປຸ່ນ ກວ່າອີກ.

leftcenterrightdel
ຜູ້ອອກແບບຊຸດເສື້ອຍາວ ສີຮວ່າງ ກ່າວຄໍາເຫັນທີ່ລາຍການ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ລາຍການ, ທ່ານນາງ ຮິ່ງງອກເວິນ, ຮອງປະທານຜູ້ປະຈຳການສະມາຄົມມິດຕະພາບຫວຽດນາມ-ຍີ່ປຸ່ນ ນະຄອນໂຮ່ຈິມິນ, ແບ່ງປັນວ່າ ຜ່ານການສົມທົບກັນຄັ້ງນີ້, ໄດ້ສ້າງເປັນບັນດາຜະລິດຕະພັນວັດທະນະທໍາ, ສິລະປະໃໝ່, ທັງເຂັ້ມຂຸ້ນໄປດ້ວຍສີສັນຂອງແຕ່ລະປະເທດ, ທັງສະແດງໃຫ້ເຫັນນໍ້າໃຈມິດຕະພາບ, ຄວາມສາມັກຄີລະຫວ່າງປະຊາຊົນສອງປະເທດ.

ທ່ານນາງຍັງສະແດງຄວາມນັບຖືຢ່າງສູງຕໍ່ບັນດານັກສິລະປະການຍີ່ປຸ່ນ ແລະຖືວ່ານີ້ບໍ່ພຽງແຕ່ແມ່ນຈຸດຍອດຢ້ຽມຂອງສິລະປະ, ວັດທະນະທໍາທີ່ເປັນມູນເຊື້ອຂອງສອງຊາດຢູ່ອາຊີເທົ່ານັ້ນ ຫາກຍັງແມ່ນໝາກຜົນຂອງການສະໜັບສະໜູນ, ໜູນຊ່ວຍເຊິ່ງກັນ ແລະກັນອີກດ້ວຍ...

ໂດຍ: ເຈິ່ນຮວ່ຽນ