ພິທີໄຂຈະດໍາເນີນໃນເວລາ 20 ໂມງຂອງວັນທີ 29 ມີນາ ຢູ່ສວນດອກໄມ້ ຫຼີ໋ທ໊າຍໂຕ; ວາງສະແດງຕົ້ນໄມ້, ດອກສະກຸຣະ ຍີ່ປຸ່ນ ແລະດອກໄມ້ບາງຊະນິດຂອງຫວຽດນາມ; ແນະນໍາ, ສະແດງວັດທະນະທໍາ, ສິລະປະທີ່ເປັນມູນເຊື້ອ ຍີ່ປຸ່ນ, ຫວຽດນາມ; ການໂອ້ລົມສົນທະນາ, ການແລກປ່ຽນສົ່ງເສີມການລົງທຶນທ່ອງທ່ຽວລະຫວ່າງສອງປະເທດ.

leftcenterrightdel
ພາບປະກອບຄັດຈາກ: dangcongsan.vn.

ຈຸດພົ້ນເດັ່ນຂອງງານບຸນປີນີ້ແມ່ນການປະກວດທູດເຈດຕະນາດີ ດອກສະກຸຣະ ຍີ່ປຸ່ນ - ຮ່າໂນ້ຍ 2019. ການປະກວດໂດຍພະແນກວັດທະນະທໍາ-ກິລາ ຮ່າໂນ້ຍ ສົມທົບກັບໜັງສືພິມຕ່ຽນຟອງ ປະຕິບັດ, ເລີ່ມຮັບສຳເນົາແຕ່ວັນທີ 20 ກຸມພາຮອດວັນທີ 12 ມີນາ; ການປະກວດຮອບຕ່າງໆຈະດໍາເນີນຕາມລຳດັບເຖິງຄໍ່າຄືນດຳເນີນຮອບຊີງຊະນະເລີດໃນວັນທີ 28 ມີນາເພື່ອເລືອກເຟັ້ນທູດເຈດຕະນາດີ ດອກສະກຸຣະ ຜູ້ທີໜຶ່ງ ແລະທີສອງ. ທູດເຈດຕະນາດີ ດອກສະກຸຣະ 2019 ຈະພ້ອມກັບຄະນະຈັດຕັ້ງເຂົ້າຮ່ວມບັນດາການເຄື່ອນໄຫວຂອງງານບຸນ, ແນໃສ່ໂຄສະນາເຜີຍແຜ່ວັດທະນະທໍາທີ່ສວຍງາມຂອງຫວຽດນາມ ແລະຍີ່ປຸ່ນ, ປະກອບສ່ວນປັບປຸງ ແລະຮັດແໜ້ນສາຍພົວພັນຮ່ວມມືລະຫວ່າງສອງປະເທດ.

ໂດຍ: ຄໍາແພງ