ໃນເວລາ 22 ໂມງ 45 ນາທີ, ພິທີໄຂງານບຸນວິຫານເຈິ່ນ ໄດ້ດຳເນີນພິທີຖະຫວາຍທູບທຽນ, ຫຼັງຈາກນັ້ນແມ່ນພິທີແຫ່ວໍ. ບັນດາພິທີກຳໄດ້ປະຕິບັດຕາມມູນເຊື້ອດ້ວຍການເຂົ້າຮ່ວມຂອງຜູ້ເຖົ້າຜູ້ແກ່ - ບັນດາຜູ້ທີ່ມີອິດທິພົນຊື່ສຽງໃນວົງຕະກຸນເຈິ່ນ. ພາຍຫຼັງສິ້ນສຸດພິທີໄຂງານບຸນ, ວິຫານເຈິ່ນ ກໍ່ໄດ້ເລີ່ມເປີດປະຕູເພື່ອໃຫ້ປະຊາຊົນ ແລະນັກທ່ອງທ່ຽວເຂົ້າໄປບູຊາຍາມຕົ້ນປີໃໝ່. ນັບແຕ່ເວລາ 5 ໂມງ ວັນທີ 15 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ, ຄະນະຈັດຕັ້ງໄດ້ແຈກໃບກາປະທັບວິຫານເຈິ່ນ ໃຫ້ປະຊາຊົນ ແລະນັກທ່ອງທ່ຽວທີ່ມາຈາກທຸກແຖບຖິ່ນ.

leftcenterrightdel
ມີປະຊາຊົນ, ນັກທ່ອງທ່ຽວນັບແສນຄົນໄດ້ເຂົ້າຮ່ວມພິທີໄຂງານບຸນວິຫານເຈິ່ນ - ນາມດິ້ງ 2019. ພາບ: vov.vn.

ກໍ່ໃນຄ່ຳຄືນວັນດຽວກັນ, ຢູ່ເຂດມໍລະດົກລະດັບຊາດວິຫານ ເຈິ່ນເທືອງ, ຕາແສງ ເຍີນດ້າວ, ເມືອງ ລິ໊ເຍີນ, ແຂວງ ຮ່ານາມ ກໍ່ໄດ້ຈັດງານບຸນແຈກຢາຍທັນຍາຫານພະອໍລະຫັນ ເຈິ່ນ, ວິຫານ ເຈິ່ນເທືອງ ປີ 2019.

ແຫຼ່ງຄັດຈາກ:  vovworld.vn