ງານບຸນມີຄວາມໝາຍພາວະນາຂໍໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ລະດູເກັບກ່ຽວໄດ້ຮັບຜົນດີ. ປີນີ້, ງານບຸນມີການເຄື່ອນໄຫວດ້ານວັດທະນະທໍາທີ່ເປັນເອກະລັກສະເພາະຫຼາຍຂຶ້ນຕື່ມ, ຄື: ງານຕັ້ງຄ້າຍລະດູບານໃໝ່, ງານວາງສະແດງຮູບພາບ, ງານແຂ່ງຂັນຕໍາເຂົ້າໜົມໄຢ່. ນອກຈາກບັນດາພິທີການພາວະນາຂໍໃຫ້ລະດູເກັບກ່ຽວໄດ້ຮັບຜົນດີແລ້ວ, ງານບຸນ ລົງທົ່ງ ໃນຍາມຕົ້ນປີ, ບັນດາການເຄື່ອນໄຫວວັດທະນະທໍາທີ່ເປັນມູນເຊື້ອຕ່າງໆ ຄື ສະແດງຂັບກອນລຳພື້ນເມືອງ, ຟ້ອນພື້ນເມືອງ, ບັນດາການລະຫຼິ້ນພື້ນເມືອງ… ໄດ້ດຶງດູດຄວາມສົນໃຈຈາກປະຊາຊົນ ແລະນັກທ່ອງທ່ຽວເປັນຈໍານວນຫຼວງຫຼາຍ.

leftcenterrightdel
ວາດພາບພິທີການພາວະນາຂໍໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີທີ່ພິທີເປີດງານບຸນ ລົ່ງຕົ່ງ. ພາບ: qdnd.vn.
leftcenterrightdel
ປະຊາຊົນ ແລະນັກທ່ອງທ່ຽວເປັນຈໍານວນຫຼວງຫຼາຍໄດ້ເຂົ້າຮ່ວມການລະຫຼິ້ນພື້ນເມືອງຢ່າງເບີກບານຊື່ນ. ພາບ: qdnd.vn.
leftcenterrightdel
ໄຖນາໃນຍາມຕົ້ນປີເພື່ອພາວະນາຂໍໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ລະດູເກັບກ່ຽວໄດ້ຮັບຜົນດີ. ພາບ: qdnd.vn.

ໂດຍ: ຈາງຫງວຽນ