ນັກຂ່າວ: ການເຄື່ອນໄຫວຮ່ວມມື, ພົບປະແລກປ່ຽນ, ເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ກັບບັນດາປະເທດໃນຂົງເຂດວັດທະນະທໍາ, ຄອບຄົວ, ກິລາ ແລະທ່ອງທ່ຽວ ປີ 2018 ມີຫຍັງແດ່ເປັນພິເສດ, ຂໍຮຽນທ່ານ?

leftcenterrightdel
ທ່ານ ເຈິ່ນເຍີດຮວ່າງ. ພາບ: ມິງນາມ.

ທ່ານ ເຈິ່ນເຍີດຮວ່າງ: ປີ 2018 ແມ່ນປີສໍາຄັນຂອງ ຫວຽດນາມ ໃນດ້ານການຮ່ວມມືກັບສາກົນ, ແມ່ນປີທີ່ພວກເຮົາສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດກັບຫຼາຍປະເທດຄູ່ຮ່ວມມືສໍາຄັນຄົບຮອບ 45 ປີ. ມີບັນດາເຫດການພົ້ນເດັ່ນ, ຄື: ສັບປະດາວັດທະນະທໍາ-ທ່ອງທ່ຽວຫວຽດນາມ ໄດ້ຈັດຕັ້ງເປັນຄັ້ງທໍາອິດຢູ່ສາມນະຄອນໃຫຍ່ຂອງການາດາ; ສາມເຫດການງານບຸຸນວັດທະນະທໍາຫວຽດນາມ ຢູ່ ຍີ່ປຸ່ນ ດຶງດູດຜູ້ເຂົ້າຮ່ວມນັບຫຼາຍຮ້ອຍພັນເທື່ອຄົນ... ຄຽງຂ້າງນັ້ນແມ່ນຈັດຕັ້ງຊຸມວັນວັດທະນະທໍາຫວຽດນາມ ຢູ່ ເບລາຣຸດ, ອູແກນ, ລາວ, ກໍາປູເຈຍ, ມາເລເຊຍ... ທັງໝົດໄດ້ສ້າງເປັນປີດ້ວຍບັນດາການເຄື່ອນໄຫວວັດທະນະທໍາກັບຕ່າງປະເທດ, ສົມທົບໂຄສະນາການທ່ອງທ່ຽວ.

ປີ 2018 ກໍແມ່ນປີເຄື່ອງໝາຍການຄ້າທ່ອງທ່ຽວ, ວັດທະນະທໍາຫວຽດນາມ ປະສົບຜົນສໍາເລັດເມື່ອບັນດາສະຖານທີ່ທ່ອງທ່ຽວທີ່ພົ້ນເດັ່ນພາຍໃນປະເທດໄດ້ຮັບການຈັດອັນດັບ ແລະຈົດລາຍຊື່ເປັນສະຖານທີ່ທ່ອງທ່ຽວແຖວໜ້າໃນໂລກທີ່ບັນດາເວັບໄຊຂ່າວ, ວາລະສານ ແລະລະບົບສື່ມວນຊົນສະເພາະຂະແໜງວັດທະນະທໍາ-ທ່ອງທ່ຽວໃຫຍ່ຂອງໂລກ, ຄື; National Geographic, Code Nast Traveler, Travel and Leisure...

ນັກຂ່າວ: ຂໍຮຽນທ່ານ, ບັນດາການເຄື່ອນໄຫວນັ້ນພວມປະກອບສ່ວນເຂົ້າໃນການສ້າງເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ ຄືແນວໃດ?

ທ່ານ ເຈິ່ນເຍີດຮວ່າງ: ຄວາມຈິງແລ້ວ, ນິຍາມກ່ຽວກັບການກໍ່ສ້າງ “ເຄື່ອງໝາຍການຄ້າຫວຽດນາມ” ຕິດພັນກັບບັນດາຄຸນຄ່າອັນດີງາມນັ້ນ, ບັນພະບູລຸດລຸ້ນຕ່າງໆໄດ້ສ້າງຕັ້ງແຕ່ປາງສົງຄາມຕໍ່ສູ້ປົດປ່ອຍຊາດ. ໄລຍະນັ້ນ, ເຮົາໄດ້ມີອົງການໜຶ່ງແມ່ນຄະນະກໍາມະການຕິດຕໍ່ວັດທະນະທໍາກັບຕ່າງປະເທດດ້ວຍບົດບາດໜ້າທີ່ຕົ້ນຕໍ່ແມ່ນຂົນຂວາຍໂລກສະໜັບສະໜູນ ຫວຽດນາມ, ສະໜັບສະໜູນຄວາມເປັນທໍາຂອງ ຫວຽດນາມ. ສາມາດເວົ້າໄດ້ວ່າ, ນັ້ນແມ່ນໜຶ່ງໃນບັນດາອົງການກໍ່ສ້າງຮູບພາບຫວຽດນາມ, ຊາວຫວຽດນາມ ເຖິງເພື່ອນມິດສາກົນແຕ່ຫົວທີ. ປັດຈຸບັນ, ພວກເຮົາພວມສືບທອດມໍລະດົກໃຫຍ່ນີ້, ນັ້ນແມ່ນມູນເຊື້ອຮັກຊາດ ແລະກ້າຫານຂອງຊາດທີ່ໄດ້ຮັບຄວາມນິຍົມນັບຖືຈາກເພີື່ອນມິດສາກົນ.

ໃນປີຜ່ານມາ, ເຄື່ອງໝາຍການຄ້າຫວຽດນາມ ໄດ້ຂະຫຍາຍຢ່າງແຮງຜ່ານຫຼາຍເຫດການ. ພົ້ນເດັ່ນຄືເລື່ອງທີມຊາດບານເຕະ U.23 ຫວຽດນາມ ໄດ້ຊະນະບັນດາທີມຊາດບານເຕະທີ່ມີກໍາລັງແຮງຂອງທະວີບ... ສິ່ງນີ້ມີຄຸນຄ່າໃຫຍ່ກ່ຽວກັບການໂຄສະນາເຄື່ອງໝາຍການຄ້າແຫ່ງຊາດ.

ພ້ອມກັນນັ້ນ, ທິວທັດທໍາມະຊາດທີ່ໃຫຍ່ໂຕມະໂຫຖານ ແລະສວຍງາມ, ຫຼາຍມູນມໍລະດົກ UNESCO ແລະບັນດາເຍື່ອງອາຫານທີ່ແຊ໋ບນົວ... ກໍ່ສ້າງຄວາມສະດວກໃຫຍ່ເມື່ອພວກເຮົາສ້າງເຄື່ອງໝາຍການຄ້າຫວຽດນາມ ກັບສາກົນ. ຖ້າຮູ້ນໍາໃຊ້ໄດ້ດີ, ເຄື່ອງໝາຍການຄ້າຫວຽດນາມ ຈະນຳມາເຊິ່ງກໍາລັງແຮງ, ຄຽງຂ້າງອິດທິພົນຂອງປະເທດແລ້ວ, ຍັງແມ່ນເສດຖະກິດ, ການຄ້າ...

leftcenterrightdel
ການສະແດງສິລະປະໃນຂອບເຂດຊຸມວັນວັດທະນະທໍາຫວຽດນາມ ຢູ່ ເບລາຣຸດ. ພາບ: ມິງນາມ.

ນັກຂ່າວ: ພວກເຮົາໄດ້ມີຍຸດທະສາດພັດທະນາບັນດາຂະແໜງອຸດສາຫະກໍາວັດທະນະທໍາຫວຽດນາມ ມາຮອດປີ 2020, ວິໄສທັດຮອດປີ 2030, ແຕ່ເບິ່ງຄືວ່າລັກສະນະເຄື່ອງໝາຍການຄ້າຍັງບໍ່ທັນແຮງເພື່ອໜູນຊ່ວຍພັດທະນາບັນດາຂະແໜງອຸດສາຫະກໍາວັດທະນະທໍາໄດ້. ຕາມທ່ານ, ພວກເຮົາຄວນປ່ຽນແປງຈິນຕະນາການຄືແນວໃດເພື່ອສົມກັບປະສິດທິຜົນໃນໄລຍະຈະມາເຖິງ?

ທ່ານ ເຈິ່ນເຍີດຮວ່າງ: ສຳລັບພວກເຮົາແລ້ວ, ຄຳນິຍາມ “ອຸດສາຫະກໍາວັດທະນະທໍາ” ຍັງໃໝ່ຢູ່, ໃນຂະນະທີ່ຫຼາຍປະເທດໃນພາກພື້ນໄດ້ປະສົບຜົນສໍາເລັດ, ຄື: ຍີ່ປຸ່ນ, ສ. ເກົາຫຼີ... ເພື່ອປະຕິບັດສໍາເລັດວຽກງານນີ້ຕ້ອງມີຫຼາຍປັດໄຈ, ພິເສດແມ່ນນະໂຍບາຍມະຫາພາກ, ບັນດາກໍານົດທິດ, ການໜູນຊ່ວຍຂອງລັດ. ຄຽງຂ້າງນະໂຍບາຍ, ສິ່ງທີ່ຈໍາເປັນທີ່ສຸດແມ່ນຈິນຕະນາການ, ແມ່ນການສະທ້ອນໃນການຂຸດຄົ້ນບັນດາຂະແໜງ “ອຸດສາຫະກໍາວັດທະນະທໍາ” ນີ້. ແຕ່ລະຫົວໜ່ວຍສິລະປະ, ແຕ່ລະຄົນເຮັດວຽກງານວັດທະນະທໍາລ້ວນແຕ່ຕ້ອງຕອບສະໜອງໄດ້ບັນດາມາດຕະຖານພື້ນຖານຂອງຕະຫຼາດສາກົນ, ເພື່ອຕ້ອນຮັບ ແລະຕອບສະໜອງບັນດາໂອກາດ.

ບົນພື້ນຖານຜົນງານຂອງປີຜ່ານມາ, ປີ 2019, ຂະແໜງວັດທະນະທໍາ ແລະທ່ອງທ່ຽວສືບຕໍ່ວາງອອກບັນດາແຜນການ, ເປົ້າໝາຍໃຫຍ່ໃນວຽກງານການຕ່າງປະເທດ ແລະໂຄສະນາວັດທະນະທໍາຫວຽດນາມ. ພວກເຮົາຈະຊຸກຍູ້ຄວາມຂະຫຍັນຂັນເຄື່ອນ, ການເຊື່ອມໂຍງດ້ານວັດທະນະທໍາ, ທ່ອງທ່ຽວຂອງຫວຽດນາມ ກັບສາກົນ,  ສ້າງເຄື່ອງໝາຍການຄ້າຫວຽດນາມ ຢ່າງບໍ່ຢຸດຢັ້ງ, ຊຸກຍູ້ຂະແໜງອຸດສາຫະກໍາວັດທະນະທໍາຫວຽດນາມ ໃຫ້ສົມກັບຄວາມສາມາດບົ່ມຊ້ອນຂອງປະເທດເທື່ອລະກ້າວ.

ນັກຂ່າວ: ຂໍຂອບໃຈທ່ານ !

ໂດຍ: ເກື່ອງດັ້ງ