leftcenterrightdel
 
leftcenterrightdel
 
leftcenterrightdel
ວັນບຸນ “ສີສັນລະດູບານໃໝ່ຢູ່ທຸກໆແຖບຖິ່ນຂອງປະເທດຊາດ” 2019 ໄດ້ນໍາມາເຊິ່ງບັນຍາກາດທີ່ຟົດຟື້ນມ່ວນຊື່ນໃຫ້ແກ່ປະຊາຊົນ ແລະແຂກທ່ອງທ່ຽວ. ພາບ: ເຫຼ້ຮວ່ຽນ.

ພໍ່ແມ່ປະຊາຊົນ 25 ປະຊາຄົມຊົນເຜົ່າທີ່ມາຈາກ 17 ແຂວງ, ນະຄອນໄດ້ຕາງໜ້າໃຫ້ 54 ຊົນເຜົ່າຢູ່ທຸກໆເຂດຂອງປະເທດຊາດໄດ້ສະແດງບັນດາລາຍການສິລະປະວັດທະນະທໍາ-ສິລະປະພື້ນເມືອງທີ່ມີເອກະລັກສະເພາະ; ແນະນໍາບັນດາເຍື່ອງອາຫານພື້ນເມືອງ, ການລະຫຼິ້ນພື້ນເມືອງໃນໂອກາດບຸນເຕັດ, ພ້ອມກັບບັນດາພິທີການວັດທະນະທໍາທີ່ພົ້ນເດັ່ນ, ຄື: ງານບຸນ Aza Koonh ຂອງເຜົ່າຕາໂອຍ ແຂວງເທື່ອທຽນ-ເຫວ້; ການເຕັ້ນໃນບຸນເຕັດຂອງເຜົ່າຢາວ (ນະຄອນຮ່າໂນ້ຍ)... ພາຍຫຼັງພິທີໄຂ, ຜູ້ຕາງໜ້າການນໍາສູນກາງ ແລະຮ່າໂນ້ຍ ໄດ້ຢ້ຽມຢາມ, ອວຍພອນບຸນເຕັດພໍ່ແມ່ປະຊາຊົນບັນດາເຜົ່າ; ປູກຕົ້ນໄມ້ເພື່ອຕອບສະໜອງ “ບຸນເຕັດປູກຕົ້ນໄມ້ເພື່ອຮູ້ບຸນຄຸນລຸງໂຮ່ ຕະຫຼອດໄປ”.

ໂດຍ: ທະນາພອນ