ໄຂງານບຸນວັດທະນະທໍາແພພື້ນເມືອງຫວຽດນາມ ຄັ້ງທີໜຶ່ງ
ກປ.ອອນໄລ - ຕອນຄໍ່າວັນທີ 14 ມັງກອນ, ທີ່ເທດສະບານແຂວງຢາເຫງ້ຍ, ແຂວງດັກນົງ, ງານບຸນວັດທະນະທໍາແພພື້ນເມືອງຫວຽດນາມ ຄັ້ງທີໜຶ່ງ ດ້ວຍຫົວຂໍ້ “ວັດທະນະທໍາແພພື້ນເມືອງ-ເຕົ້າໂຮມຄວາມຍອດຍິ່ງ” ໂດຍກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ສົມທົບກັບຄະນະກໍາມະການປະຊາຊົນແຂວງດັກນົງ ຈັດຕັ້ງ.
ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເນັ້ນໜັກວ່າ, ງານບຸນວັດທະນະທໍາແພພື້ນເມືອງຫວຽດນາມ ຄັ້ງທີໜຶ່ງ ແມ່ນຂໍ້ລິເລີ່ມທີ່ເປັນໜ້ານັບຖືທີ່ສຸດເນື່ອງໃນໂອກາດສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງແຂວງດັກນົງ (1/1/2004 – 1/1/2019). ຕາມທ່ານ ຫງວຽນຊວນຟຸກ ແລ້ວ, ລັດຖະບານຈະຄົ້ນຄວ້າບັນດາກົນໄກນະໂຍບາຍ ເພື່ອແນໃສ່ອະນຸລັກຮັກສາບັນດາຄຸນຄ່າຂອງແພພື້ນເມືອງ.
|
|
ທ່ານ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ງານບຸນ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ທຸກຄົນຈົ່ງພ້ອມກັນຮ່ວມແຮງຮ່ວມໃຈກັນເພື່ອນໍາແພພື້ນເມືອງຫວຽດນາມ ໄປເຖິງປະຊາຊົນທຸກໆຄົນ, ເຂົ້າເຖິງແຂກທ່ອງທ່ຽວ, ພິເສດແມ່ນແຂກທ່ອງທ່ຽວສາກົນ, ເຂົ້າເຖິງຜູ້ອອກແບບ, ເວທີສະແດງອາພອນພາຍໃນ ແລະຕ່າງປະເທດ. ຍູ້ແຮງຮູບພາບແພພື້ນເມືອງຫວຽດນາມ ອອກສູ່ໂລກ...
|
|
ທ່ານ ຫງວຽນຊວນຟຸກ ແລະບັນດາຜູ້ແທນເຂົ້າຮ່ວມງານບຸນ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານນາງ ປອ ໂຕນທິງອັກແຮ້ງ, ຮອງປະທານຄະນະກໍາມະການປະຊາຊົນແຂວງດັກນົງ, ຫົວໜ້າຄະນະຈັດຕັ້ງ, ໃຫ້ຮູ້ວ່າ “ງານບຸນວັດທະນະທໍາແພພື້ນເມືອງຫວຽດນາມ ຄັ້ງທີໜຶ່ງ” ຢູ່ແຂວງດັກນົງ ແມ່ນໂອກາດເພື່ອເຊີດຊູຄຸນຄ່າຂອງແພພື້ນເມືອງຫວຽດນາມ, ສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີຂອງບັນດານັກສິລະປິນໄດ້ອອກເຫື່ອແຮງປະດິດຄິດສ້າງ, ອະນຸລັກຮັກສາ ແລະພັດທະນາອາຊີບຕໍ່າແຜ່ນແພພື້ນເມືອງກາຍເປັນສີສັນວັດທະນະທໍາສະເພາະຂອງແຕ່ລະຊົນເຜົ່າໃນທຸກແຖບຖິ່ນຂອງປະເທດຊາດ.
|
|
ລາຍການສະແດງສິລະປະຢູ່ງານບຸນ. ພາບ: ສໍານັກຂ່າວສານຫວຽດນາມ. |
“ງານບຸນວັດທະນະທໍາແພພື້ນເມືອງຫວຽດນາມ ຄັ້ງທີໜຶ່ງ” ໄດ້ດຶງດູດການເຂົ້າຮ່ວມຂອງນັກສິລະປິນ, ນັກສະແດງ...ແມ່ນຊາວເຜົ່າສ່ວນໜ້ອຍກວ່າ 2.000 ຄົນທີ່ມາຈາກ 17 ແຂວງ, ນະຄອນ ແລະບາງຄະນະແຂກທ່ອງທ່ຽວສາກົນ. ງານບຸນລວມມີບັນດາກິດຈະກໍາ ຄື: ງານວາງສະແດງທົດລອງຈັດຕັ້ງສະຖານທີ່ແຫ່ງວັດທະນະທໍາແພພື້ນເມືອງຢູ່ແຂວງດັກນົງ; ງານບຸນຕາມທ້ອງຖະໜົນ; ກອງປະຊຸມສໍາມະນາວັດທະນະທໍາແພພື້ນເມືອງບັນດາເຜົ່າຫວຽດນາມ ຢູ່ແຂວງດັກນົງ...
ໂດຍ: ທະນາພອນ